ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການກ່ຽວຂ້ອງ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາດົງບັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ເງິນກູ້ຍືມດອກເບ້ຍຕໍ່າຈາກລັດຖະບານຮົງກາຣີ ວັນທີ 15 ກໍລະກົດ 2021 ມີທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍານວຍການນໍ້າປະປາ ນວ ແລະ ທ່ານ ກໍລະກັນ ແສນບຸດດາລາດ ຫົວໜ້າໂຄງການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາດົງບັງ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາໃບ ວົງໄຊຍະລາດ ທີ່ປຶກສາຝ່າຍລາວ ອໍານວຍການລັດວິສາຫະກິດວິສະວະກໍານໍ້າ ແລະ ສິ່ງແວດລ້ອມ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດໂຄງການວ່າ:ໂຄງການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາດົງບັງ ໄດ້ຮັບເງິນກູ້ຍືມຈາກລັດຖະບານຮົງກາຣີແບບບໍ່ມີດອກເບ້ຍ ມີໄລຍະການຊໍາລະແທນຄືນ 22 ປີ 6 ເດືອນ (ຍົກເວັ້ນການຊໍາລະໃນເວລາດໍາເນີນການກໍ່ສ້າງ) ມີໄລຍະການຈັດຕັ້ງປະຕິບັດການກໍ່ສ້າງ 4 ປີ ເຊິ່ງໄດ້ວາງສີລາລືກແຕ່ຕົ້ນເດືອນກຸມພາ 2020 ຫຼັງຈາກນັ້ນ ໄດ້ເຂົ້າສູ່ການກຽມບັນດາວັດຖຸອຸປະກອນ ກຽມສະໜາມ ແລະ ໄດ້ເລີ່ມລົງມືກໍ່ສ້າງໃນທ້າຍປີ 2020 ເປັນຕົ້ນມາ ໃນນີ້ ວຽກກໍ່ສ້າງໂຮງງານຜະລິດນໍ້າປະປາຫຼັງໃໝ່ສໍາເລັດ 60% ປະກອບມີໜ້າວຽກ ສ້າງອາຄານບໍາບັດນໍ້າດິບ ສ້າງອ່າງເກັບນໍ້າສະອາດ ຕິດຕັ້ງໜໍ້ແປງໄຟ-ສາຍໄຟຟ້າ ແລະ ນໍາເຂົ້າອູປະກອນຕ່າງໆທີ່ນໍາໃຊ້ເຂົ້າໂຮງງານ ວຽກກໍ່ສ້າງຕາຝັ່ງເຈື່ອນສໍາເລັດ 100% ປະກອບມີໜ້າວຽກ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ 178 ແມັດ ແລະ ກໍ່ສ້າງທາງລົງທ່າບັກ 220 ແມັດ.

# ຂ່າວ & ພາບ: ຂັນທະວີ