ກະຊວງພາຍໃນ ເຊື່ອມຊຶມບັນດາເອກະສານສໍາຄັນ

    ກະຊວງພາຍໃນ ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ວັນສ້າງຕັ້ງພັກກອມມູນນິດຈີນ ຄົບຮອບ 100 ປີ (1.7.1921-1.7.2021) ມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ແລະ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ IX ຂຶ້ນວັນທີ 15 ກໍລະກົດ 2021 ທີ່ກະຊວງພາຍໃນ ເປັນປະທານຂອງທານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີຄະນະພັກ ຄະນະປະຈໍາພັກ ຄະນະກົມກອງ ຫ້ອງການ ແລະ ພະນັກງານສະມາຊິກພັກອ້ອມຂ້າງເຂົ້າຮ່ວມ. 

    ຈຸດປະສົງເຜີຍແຜ່ເອກະສານຄັ້ງນີ້ ກໍເພື່ອໃຫ້ຄະນະພັກແຕ່ລະຂັ້ນ ສະມາຊິກພັກ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ໄດ້ເຊື່ອມຊຶມ ກໍາແໜ້ນ ເອກະພາບແຕ່ຫົວທີ ຜັນຂະຫຍາຍຢ່າງເປັນເອກະພາບເຂົ້າສູ່ວຽກງານຂອງຕົນ ເພື່ອເປັນບ່ອນອີງໃຫ້ອົງຄະນະພັກກະຊວງ ກໍຄືຮາກຖານພັກ ໃນການຫັນເປັນແຜນງານ ໂຄງການລະອຽດ ຜັນຂະຫຍາຍຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງເປັນຮູບປະທໍາ ພ້ອມທັງສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ ສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະຄວາມຮັບຮູ້ ແນວຄິດ ແລະ ການກະທໍາ ສົ່ງເສີມດ້ານດີ ແກ້ໄຂບັນຫາບົກຜ່ອງ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ ສ້າງຄວາມເຊື່ອໝັ້ນໃຫ້ພະນັກງານ ແລະ ປະຊາຊົນ ຕໍ່ການນໍາພາຂອງພັກ ການຄຸ້ມຄອງຂອງລັດ ເພີ່ມຄວາມຮັບຜິດຊອບປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະປະເທດຊາດໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ຄວາມດ້ອຍພັດທະນາ ເພື່ອປະເທດຊາດກ້າວຂຶ້ນສູ່ຄວາມວັດທະນາຖາວອນ.

                # ຂ່າວ & ພາບ:  ວຽງມາ

error: Content is protected !!