ສ້າງຕັ້ງກຸ່ມຊ່ຽວຊານປະເມີນຜົນວຽກພື້ນທີ່ບັນຊີສີຂຽວ ໃນ ສປປ ລາວ

    ອົງການສາກົນ ເພື່ອການອະນຸຮັກທໍາມະຊາດ (IUCN) ຮ່ວມກັບກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມປຶກສາຫາລືລະດັບຊາດ ກ່ຽວກັບມາດຕະຖານ ແລະ ກຸ່ມຊ່ຽວຊານປະເມີນພື້ນທີ່ບັນຊີສີຂຽວ ຂຶ້ນວັນທີ 12 ກໍລະກົດ 2021 ຢູ່ນະຄອນຫຼວງວຽງຈັນ. 

    ກອງປະຊຸມຄັ້ງນີ້ ໄດ້ນໍາສະເໜີກ່ຽວກັບພື້ນທີ່ບັນຊີສີຂຽວ ສ້າງຕັ້ງກຸ່ມຊຽວຊານປະເມີນພື້ນທີ່ບັນຊີສີຂຽວ ທົບທວນຄວາມຄືບໜ້າການຈັດຕັ້ງວຽກງານພື້ນທີ່ບັນຊີສີຂຽວໃນ ສປປ ລາວ ແລະ ຫວຽດນາມ ແລະ ເອກະພາບຕໍ່ບາດກ້າວຕໍ່ໄປ ໃນການຈັດຕັ້ງວຽກງານພື້ນທີ່ບັນຊີສີຂຽວ ແລະ ການສ້າງຕັ້ງກຸ່ມຊ່ຽວຊານປະເມີນພື້ນທີ່ບັນຊີສີຂຽວ ເຊິ່ງກອງປະຊຸມຄັ້ງນີ້ແມ່ນພາກສ່ວນໜຶ່ງຂອງວຽກງານພື້ນທີ່ບັນຊີສີຂຽວຂອງແຜນງານປ່າສະຫງວນ ແລະ ເຂດອະນຸຮັກຂອງອົງການ IUCN ແຜນງານດໍາເນີນໃນລາວ ໄດ້ຮັບການສະໜັບສະໜູນຈາກກະຊວງຮ່ວມມື ແລະ ພັດທະນາດ້ານເສດຖະກິດເຢຍລະມັນ ຜ່ານໂຄງການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ ຈັດຕັ້ງປະຕິບັດໂດຍອົງການ GIZ GmbH.

    ພື້ນທີ່ບັນຊີສີຂຽວຂອງແຜນງານປ່າສະຫງວນ ແລະ ເຂດອະນຸຮັກຂອງອົງການ IUCN ແມ່ນມາດຕະຖານລະດັບໂລກອັນທໍາອິດຂອງການອະນຸຮັກແບບອີງໃສ່ພື້ນທີ່ເປັນຫຼັກທີ່ດີທີ່ສຸດ ແມ່ນແຜນງານໃນການຮັບຮອງສໍາລັບປ່າສະຫງວນ ແລະ ເຂດອະນຸຮັກ ອຸທິຍານແຫ່ງຊາດ ເຂດມໍລະດົກໂລກທາງທໍາມະຊາດ ເຂດສະຫງວນຊຸມຊົນ ເຂດອະນຸຮັກທໍາມະຊາດ ແລະ ອື່ນໆທີ່ໄດ້ຮັບການຄຸ້ມຄອງຢ່າງມີປະສິດທິຜົນ ແລະ ບໍລິຫານຢ່າງເປັນທໍາ ເພື່ອເພີ່ມຈໍານວນເຂດອະນຸຮັກທໍາມະຊາດ ທີ່ສົ່ງຜົນໄລຍະຍາວຕໍ່ຄົນ ແລະ ທໍາມະຊາດ ທຸກປ່າສະຫງວນ ແລະ ເຂດອະນຸຮັກ ກໍສາມາດໄດ້ຮັບການຮັບຮອງໄດ້ ຖ້າເຮັດໄດ້ຕາມມາດຕະຖານຂອງພື້ນທີ່ບັນຊີສີຂຽວຂອງອົງການ IUCN ໂດຍມີ 4 ດ້ານ ຄື: ການບໍລິຫານຄຸ້ມຄອງທີ່ດີ ການອອກແບບ ແລະ ວາງແຜນທີ່ດີ ການຈັດການທີ່ມີປະສິດທິຜົນ ແລະ ສົ່ງຜົນໄດ້ຮັບທີ່ດີ ເມື່ອເຂົ້າຮ່ວມເປັນຜູ້ສະໝັກ ປ່າສະຫງວນຈະໄດ້ຮັບຜົນປະໂຫຍດຈາກການໃຫ້ຄໍາແນະນໍາຂອງຊ່ຽວຊານ ໃນການປັບປຸງການປະຕິບັດການຄຸ້ມຄອງ ແລະ ການອະນຸຮັກ ຜູ້ສະໝັກຍັງຈະໄດ້ເຂົ້າຮ່ວມເຄືອຂ່າຍຊ່ຽວຊານດ້ານອະນຸຮັກລະດັບໂລກ ມີ 59 ແຫ່ງ ໃນ 16 ປະເທດ ສໍາເລັດການເຂົ້າເປັນພື້ນທີ່ບັນຊີສີຂຽວຂອງອົງການ IUCN ແຕ່ມີແຫ່ງດຽວຂອງຈໍານວນດັ່ງກ່າວ ຄື: ເຂດອະນຸຮັກທໍາມະຊາດວາງດົງຂອງຫວຽດນາມ ທີ່ຢູ່ໃນອາຊີຕາເວັນອອກສຽງໃຕ້.

    ທ່ານ ບຸນປອນ ແສງທອງ ຮັກສາການຫົວໜ້າກົມປ່າໄມ້ ກ່າວວ່າ: ນີ້ແມ່ນການປຶກສາຫາລືລະດັບຊາດຄັ້ງທໍາອິດ ກ່ຽວກັບມາດຕະຖານພື້ນທີ່ບັນຊີສີຂຽວໃນ ສປປ ລາວ ເຊິ່ງປະຕິບັດຕາມການຮັບຮອງຂະບວນການດໍາເນີນພື້ນທີ່ບັນຊີສີຂຽວ ໂດຍຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນເດືອນມັງກອນ 2021 ມັນເປັນບາດກ້າວອັນສໍາຄັນສໍາລັບປ່າສະຫງວນຂອງ ສປປ ລາວ ໃນການເຂົ້າຮ່ວມເປັນປ່າສະຫງວນທີ່ປະສົບຜົນສໍາເລັດທີ່ສຸດໃນໂລກ.

    ລັດຖະບານ ສປປ ລາວ ໄດ້ກໍານົດເອົາອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ ແລະ ອຸທິຍານແຫ່ງຊາດຫີນໜາມໜໍ່ ສະໝັກເຂົ້າເປັນພື້ນທີ່ບັນຊີສີຂຽວຂອງອົງການ IUCN ໃນເດືອນສິງຫາ 2020 ແລະ ເດືອນມັງກອນ 2021 ຕາມລໍາດັບ ຄະນະບໍລິຫານຂອງທັງສອງກອງຄຸ້ມຄອງອຸທິຍານ ໄດ້ສະແດງຄວາມສົນໃຈໃນການນໍາໃຊ້ມາດຕະຖານພື້ນທີ່ບັນຊີສີຂຽວໃນການດໍາເນີນການວິເຄາະຂໍ້ມູນ ເພື່ອກໍານົດຈຸດແຂງ ແລະ ຈຸດອ່ອນ ເປັນບາດກ້າວຂອງການບັນລຸສະຖານະພາບພື້ນທີ່ບັນຊີສີຂຽວຂອງອົງການ IUCN ປະເທດຫວຽດນາມໄດ້ເຂົ້າຮ່ວມພື້ນທີ່ບັນຊີສີຂຽວປີ 2016 ໂດຍການກໍານົດຂອງກົມອະນຸຮັກທໍາມະຊາດ ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ນອກຈາກເຂດອະນຸຮັກວັນລອງແລ້ວ ຫວຽດນາມຍັງມີອີກ 5 ເຂດທີ່ສະໝັກເຂົ້າອຸທິຍານລົງງາ-ເກບັງຂອງຫວຽດນາມ ແມ່ນເຂດທີ່ຕິດກັບອຸທິຍານແຫ່ງຊາດຂອງລາວ ເນື່ອງຈາກທັງສອງອຸທິຍານໄດ້ປົກປັກຮັກສາເຂດພື້ນທີ່ພູຫີນປູນໃນເຂດສາຍພູຫຼວງ ແລະ ມີທ່າແຮງສູງໃນການຮ່ວມມືກັນເພື່ອບັນລຸສະຖານະພາບເປັນພື້ນທີ່ບັນຊີສີຂຽວ.

    ທ່ານ ເຈກ ເບີນເນີ ຫົວໜ້າອົງການສາກົນເພື່ອການອະນຸຮັກປະຈໍາພາກພື້ນອິນໂດ-ມຽນມາ ກ່າວວ່າ: ລັດຖະບານລາວ ມີຄວາມປະສົງໃນການສ້າງຕັ້ງອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງລາວ ເມື່ອຖືກສ້າງຕັ້ງເປັນມໍລະດົກໂລກແລ້ວ ຫີນໜາມໜໍ່ ຮ່ວມກັບອຸທິຍານແຫ່ງຊາດຟົງງາ-ເກບັງ ຈະກາຍເປັນເຂດມໍລະດົກຮ່ວມຊາຍແດນທາງທໍາມະຊາດແຫ່ງທໍາອິດຂອງທະວີບອາຊີ ທີ່ເປັນຜົນສໍາເລັດສໍາຄັນຕົ້ນຕໍ ການສະໝັກສອງເຂດເຂົ້າເປັນເຂດພື້ນທີ່ບັນຊີສີຂຽວ ຈະຊ່ວຍເສີມສ້າງການສ້າງຕັ້ງ ແລະ ຊ່ວຍການປະສານການຈັດການຂອງທັງສອງເຂດ.

    ກຸ່ມຊ່ຽວຊານປະເມີນຜົນວຽກພື້ນທີ່ບັນຊີສີຂຽວ ຈະຊ່ວຍຮັບປະກັນວ່າມາດຕະຖານຂອງພື້ນທີ່ບັນຊີສີຂຽວໄດ້ຖືກນໍາໃຊ້ຢ່າງຖືກຕ້ອງ ແລະ ການສ້າງຕັ້ງກຸ່ມຊ່ຽວຊານດັ່ງກ່າວ ຈະຊ່ວຍສົ່ງເສີມການດໍາເນີນວຽກງານພື້ນທີ່ບັນຊີສີຂຽວໃນ ສປປ ລາວ. 

                # ຂ່າວ & ພາບ:  ສະບາໄພ

error: Content is protected !!