ເຊີນຊວນຮ່ວມບໍລິຈາກເລືອດ ເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ

    ສູນກາງສະຫະພັນແມ່ຍີງລາວ ຮ່ວມກັບອົງການກາແດງລາວ ໄດ້ຮ່ວມກັນຈັດຂະບວນການບໍລິຈາກເລືອດເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20/07/1955 – 20/07/2021) ຂື້ນ ພາຍໃຕ້ຄໍາຂວັນ “ 66 ປີ ມີໄຊ ຮ່ວມໃຈບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ແລະ ຕ້ານພະຍາດໂຄວິດ 19”  ວັນທີ 15-18 ກໍລະກົດ 2021 ຢູ່ທີ່ສູນການຄ້າລາວ-ໄອເຕັກ ຊັ້ນ 4 ໂດຍມີທ່ານ ຮສຈ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງລາວ ທ່ານນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍີງລາວ ທ່ານນາງ Mariam A.Khan ຜູ້ຕາງໜ້າອົງການ UNFPA ປະຈໍາລາວ ສະມາຊິກແມ່ຍີງ ແລະ ພະນັກງານລັດຖະກອນຈາກອົງການຈັດຕັ້ງລັດອ້ອມຂ້າງສູນກາງ ແລະ ມວນຊົນທົ່ວໄປໃນນະຄອນຫຼວງວຽງຈັນ.

     ການຈັດຂະບວນການຮັບບໍລິຈາກເລືອດ ເຊີ່ງຖືວ່າເປັນກິດຈະກໍາໜຶ່ງທີ່ເຫັນວ່າມີຄວາມສໍາຄັນກິດຈະກໍາໜຶ່ງ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ເປັນການປະກອບສວ່ນຂອງສູນກາງສະຫະພັນແມ່ຍີງລາວ ແລະ ພ້ອມທັງເປັນການຊຸກຍູ້ຕໍ່ວຽກງານມະນຸດສະທຳຂອງປະເທດເຮົາ ໂດຍສະເພາະກໍແມ່ນການບໍລິຈາກເລືອດເພື່ອຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນ.

     ສະນັ້ນ ຈຶ່ງຂໍເຊີນຊວນພະນັກງານ-ລັດຖະກອນ ທະຫານຕຳຫຼວດ ນັກຮຽນນັກສຶກສາ ພໍ່ຄ້າ-ຊາວຂາຍ ຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວນະຄອນຫຼວງວຽງຈັນ ຫຼືບັນດາແຂວງທົ່ວປະເທດ ເຂົ້າຮ່ວມກິດຈະກຳການບໍລິຈາກເລືອດ ຫາກທ່ານມີເງື່ອນໄຂ ອາຍຸ 17-60 ປີ ນໍ້າໜັກ 45 ກິໂລກຣາມຂື້ນໄປ ຢູ່ໃນໄລຍະທີ່ມີສຸຂະພາບແຂງແຮງດີ ແມ່ນຂໍເຊີນຊວນໄປຮ່ວມບໍລິຈາກເລືອດນຳພວກເຮົາທີ່ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງໃນທົ່ວປະເທດ.  

                # ຂ່າວ & ພາບ:  ອຸເປຂາ

error: Content is protected !!