ຜັນຂະຫຍາຍບົດບັນທຶກກອງປະຊຸມແລກປ່ຽນຄໍາຄິດເຫັນ ການດໍາເນີນຄະດີຕາມຂະບວນການຍຸຕິທໍາ

    ກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VI ລະຫວ່າງສານປະຊາຊົນສູງສຸດ ກະຊວງປ້ອງກັນຄວາມສະຫງົບ ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ໄຂຂຶ້ນໃນວັນທີ 14-15 ກໍລະກົດ 2021 ຢູ່ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ມີບັນດາທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລັດຖະມົນຕີກະຊວງຍຸຕິທໍາ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມ 70 ທ່ານ. 

    ທ່ານນາງ ວຽງທອງ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ກໍເພື່ອພ້ອມກັນກວດກາ ແລະ ປະເມີນຜົນໃນການເຄື່ອນໄຫວຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມແລກປ່ຽນຄໍາຄິດເຫັນ ການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ V ຄັ້ງທີ່ຜ່ານມາ ໃນປີ 2017 ໂດຍສະເພາະ ວຽກງານການດໍາເນີນຄະດີທີ່ພົວພັນກັບ 4 ພາກສ່ວນ ເພື່ອສືບຕໍ່ປັບປຸງການດໍາເນີນຄະດີ ບູລະນະການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງແຕ່ລະພາກສ່ວນໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ມີການຫັນປ່ຽນທີ່ຕັ້ງໜ້າ ສາມາດເຮັດຫຼ້ອນບົດບາດໜ້າທີ່ຂອງຕົນໃນໄລຍະໃໝ່ ເພື່ອພັດທະນາວຽກງານການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຍົກສູງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຍຸຕິທໍາ ພ້ອມນັ້ນ ກອງປະຊຸມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ VI ຍັງໄດ້ເຊັນບົດບັນທຶກຮ່ວມກັນທາງດ້ານວິຊາການກ່ຽວກັບກົດໝາຍ ແລະ ການດຳເນີນຄະດີ ເພື່ອເປັນບ່ອນອິງໃນການປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນການດຳເນີນຄະດີ ແລະ ການປະຕິບັດ.

                # ຂ່າວ & ພາບ:  ສີພອນ

error: Content is protected !!