ມສ ວຽງຈັນ ກຽມພ້ອມຮອບດ້ານໃນການສອບເສັງຈົບຊັ້ນ

    ປັດຈຸບັນ ຫຼາຍໂຮງຮຽນສາມັນໃນຂອບເຂດທົ່ວປະເທດ ພວມຫ້າງຫາກະກຽມໃຫ້ແກ່ການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ໂດຍສະເພາະ ນະຄອນຫຼວງວຽງຈັນ (ນວ) ຫຼາຍໂຮງຮຽນກໍກຽມໃຫ້ແກ່ບັ້ນສອບເສັງດັ່ງກ່າວ ໃນທ່າມກາງການຈັດຕັ້ງປະຕິບັດ ມາດຕະການປ້ອງກັນພະຍາດໂຄວິດ-19 ເພື່ອຮັບປະກັນໃຫ້ແກ່ການສອບເສັງໃນສົກຮຽນ 2020-2021 ມີຜົນສຳເລັດ.

    ທ່ານ ທອງພັນ ອຸໄລທອນ ຮັກສາການຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 14 ກໍລະກົດ 2021 ວ່າ: ສະເພາະການສອບເສັງເລື່ອນຂັ້ນ ນັກຮຽນສາມາດສອບເສັງຜ່ານ 100% ສ່ວນການສອບເສັງຊັ້ນ ມ4 ແລະ ມ7 ມາເຖິງປັດຈຸບັນ ພວກເຮົາມີຄວາມພ້ອມ ຈະມີນັກສອບເສັງເຂົ້າຮ່ວມທັງໝົດ 992 ຄົນ ຍິງ 564 ຄົນ ໃນນັ້ນ ມີນັກສອບເສັງຈາກໂຮງຮຽນ ມສ ວຽງຈັນ ມ4 ຈຳນວນ 419 ນ້ອງ ຍິງ 235 ນ້ອງ (ໃນນັ້ນມີນັກຮຽນຫ້ອງສອງພາສາ 48 ຄົນ ຍິງ 29 ຄົນ) ຈັດຫ້ອງສອບທັງໝົດ 28 ຫ້ອງ ແຕ່ລະຫ້ອງມີນັກສອບ 15 ຄົນ ນັກສອບເສັງ ມ7 ຈາກ ມສ ວຽງສະຫວັນ 1 ຈຳນວນ 53 ຄົນ ຍິງ 26 ຄົນ ຈາກ ມສ ວຽງຈັນ 520 ຄົນ ຍິງ 303 ຄົນ ຈັດຫ້ອງສອບເສັງ 38 ຫ້ອງ ຈຳນວນ 15 ຄົນ/1 ຫ້ອງ ເຊິ່ງການສອບເສັງຈະ ມີຂຶ້ນໃນທ້າຍເດືອນກໍລະກົດ 2021 ທີ່ຈະມາເຖິງນີ້.

    ການກະກຽມຄວາມພ້ອມ ນອກຈາກກະກຽມຄວາມພ້ອມພາຍໃນ ຄະນະປ້ອງກັນໂຮງຮຽນໄດ້ປະສານສົມທົບກັບອຳນາດການ ປົກຄອງບ້ານ ກະກຽມຄວາມພ້ອມທາງດ້ານການປ້ອງກັນຄວາມສະຫງົບ ຕິດຕາມຄົນເຂົ້າ-ອອກ ໃຫ້ຖືກຕ້ອງຕາມທີ່ກຳນົດ ໂດຍໄດ້ກຳນົດຈຸດເຂົ້າອອກເປັນ 3 ຈຸດ ທາງດ້ານໜ້າໂຮງຮຽນ 2 ຈຸດ ແລະ ດ້ານຫຼັງ 1 ຈຸດ ໃນແຕ່ລະຈຸດເຂົ້າ-ອອກ ຈະໄດ້ກວດ ກາວັດແທກອຸນຫະພູມ ການໃສ່ຜ້າອັດປາກ-ອັດດັງ ເຈວລ້າງມື ລວມທັງການກວດກາເບິ່ງນັກສອບເສັງບໍ່ໃຫ້ຈຸ້ມກັນເປັນກຸ່ມໃຫຍ່ 

    ພິເສດ ມື້ສຸດທ້າຍຂອງການສອບເສັງ ຈະເຂັ້ມງວດໃນການຕິດຕາມນັກຮຽນ ຫ້າມເດັດຂາດ ພາຍຫຼັງການສອບເສັງສຳເລັດ ບໍ່ໃຫ້ມີການຈຸ້ມແຈກລາຍເຊັນກັນເດັດຂາດ ຈາກບົດຮຽນຜ່ານມາໃນທຸກໆປີ ປາກົດເຫັນນັກຮຽນແຈກລາຍເຊັນໃສ່ຕາມເສື້ອຜ້າ ແລະ ອຸປະກອນຕ່າງໆ ເປັນການເກາະກຸ່ມຈຳນວນຫຼາຍ ມີຄວາມສ່ຽງໃນການຕິດພະຍາດໂຄວິດ-19 ອີກ ທັງເປັນການສິ້ນເປື່ອງ ເຄື່ອງນຸ່ງຂອງຖື ແລະ ຜົນຮ້າຍຫຼາຍຢ່າງຕາມມາ ຕໍ່ບັນຫາດັ່ງກ່າວ ຮຽກຮ້ອງມາຍັງຜູ້ປົກຄອງ ແລະ ທຸກພາກສ່ວນຕ້ອງຊ່ວຍກັນ ແນະນຳໃຫ້ຄວາມຮູ້ແກ່ລູກຫຼານນັກຮຽນເອົາໃຈໃສ່ເຂັ້ມງວດເປັນພິເສດ ເພື່ອພ້ອມກັນຮັກສາສຸຂະພາບ ແລະ ຜົນສຳເລັດອັນ ຈົບງາມໃນບັ້ນສອບເສັງໃນຄັ້ງນີ້.

                 # ຂ່າວ & ພາບ:  ບຸນມີ

error: Content is protected !!