ວັນທີ 13 ກໍລະກົດ 2021 ທ່ານ ລັດສະໝີ ແກ້ວມະນີ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ ນາງ Tatiana VALOVAYA ຫົວໜ້າຫ້ອງການສະຫະປະຊາຊາດ ສປຊ ປະຈຳນະຄອນເຊີແນວ ປະເທດສະວິດ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແລະ ທັງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆປະຈຳນະຄອນເຊີແນວ.

ໂອກາດນີ້ ທ່ານ ນາງ Tatiana VALOVAYA ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຍິນດີຕໍ່ການມາປະຕິບັດໜ້າທີ່ໃໝ່ຂອງທ່ານ ລັດສະໝີ ແກ້ວມະນີ ເຊິ່ງຖືວ່າເປັນນັກການທູດທີ່ມີປະສົບການຢ່າງໜັກແໜ້ນ ໃນວຽກການພົວພັນຫຼາຍຝ່າຍ.

ພ້ອມດຽວກັນນີ້ ທ່ານ ລັດສະໝີ ແກ້ວມະນີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ Tatiana VALOVAYA ສໍາລັບການຕ້ອນຮັບອັນອົບອຸ່ນ ສະແດງຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງສູງ ໃນການມາຮັບໜ້າທີ່ຄັ້ງນີ້ ແລະ ຕີລາຄາສູງຕໍ່ບົດບາດການນໍາພາ ຫ້ອງການ ສປຊ ຂອງທ່ານ ນາງ Tatiana VALOVAYA ແລະ ບົດບາດຂອງຫ້ອງການ ສປຊ ກໍຄືອົງການຈັດຕັ້ງສາກົນອື່ນໆທີ່ເຊີແນວ ໃນການຊ່ວຍເຫຼືອບັນດາປະເທດຕ່າງໆໃນທົ່ວໂລກ ລວມທັງ ສປປ ລາວ ໃນການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ແລະ ຜົນກະທົບດ້ານອື່ນໆ ແລະ ຢືນຢັນນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍ ທີ່ຍຶດຖືລະບົບການຮ່ວມມືຫຼາຍຝ່າຍເປັນກົກ ຂອງລັດຖະບານແຫ່ງ ສປປ ລາວ ຕໍ່ກົນໄກການຮ່ວມມືຫຼາຍຝ່າຍຕ່າງໆ ແລະ ຕົນເອງກໍກຽມພ້ອມທີ່ຈະເຮັດວຽກຮ່ວມກັບບັນດາອົງການຈັດຕັ້ງສາກົນເຫຼົ່ານີ້ ແລະ ຜູ້ຕາງໜ້າຖາວອນຂອງບັນດາປະເທດຕ່າງໆທີ່ເຊີແນວ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາໃນພາກພື້ນຕ່າງໆ ກໍຄືໃນຂອບເຂດທົ່ວໂລກພາຍໃຕ້ຂອບການຮ່ວມມືຫຼາຍຝ່າຍ.

ໃນຕອນທ້າຍ ໄດ້ແຈ້ງສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ການສັກວັກຊີນຕ້ານພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ໂດຍການຊ່ວຍເຫຼືອຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ລວມທັງຜ່ານຂອບຂໍ້ລິເລີ່ມ COVAX.

# ຂ່າວ & ພາບ: ບຸນມີ