ພິທີມອບ-ຮັບຜູ້ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ຈຳນວນ 19 ຄົນ ທີ່ປິ່ນປົວຢູ່ສູນປິ່ນປົວໂຄວິດ ແຂວງວຽງຈັນ ຈັດຂຶ້ນໃນວັນທີ 14 ກໍລະກົດ 2021 ໂດຍການເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ຫົວໜ້າຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ແຂວງວຽງຈັນ ມີບັນດາຄະນະສະເພາະກິດຂັ້ນແຂວງ ຂັ້ນເມືອງ ແພດໝໍ ແລະ ອຳນາດການປົກຄອງບ້ານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ນາງ ຈັນຫອມ ຄອນສະຫວັນ ຫົວໜ້າທີມຄຸ້ມຄອງກໍລະນີຄົນເຈັບຢູ່ສູນປິ່ນປົວພະຍາດໂຄວິດ-19 ແຂວງວຽງຈັນ ກ່າວວ່າ: ຜູ້ຕິດເຊື້ອໂຄວິດ-19 ຮອບທີ 2 ແຕ່ວັນທີ 27 ມິຖຸນາ 2021 ມາຮອດປັດຈຸບັນ ທີ່ໄດ້ຮັບການປິ່ນປົວຢູ່ສູນປິ່ນປົວໂຄວິດ-19 ໃນທົ່ວແຂວງວຽງຈັນ ມີທັງໝົດ 50 ກໍລະນີ ຍິງ 20 ຄົນ ຊາຍ 30 ຄົນ ມາຈາກ 8 ບ້ານ ຂອງເມືອງໂພນໂຮງ ໃນນີ້ ແມ່ນໄດ້ຮັບການປິ່ນປົວມາຮອດວັນທີ 14 ກໍລະກົດ 2021 ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມຈັດສົ່ງກັບບ້ານຈຳນວນ 19 ຄົນ ເປັນຊຸດທຳອິດ ປະກອບມີ : ບ້ານໃໝ່ 13 ກໍລະນີ ຄື: ທ້າວ ພຸດທະສິນ ແກ້ວໄຊຍາ ທ້າວ ກິ ຈູມທະລັງສີ ນາງ ວິໄລວຽງ ຫຼວງໂຄດ ນາງ ອໍລະໄທ ຫຼວງໂຄດ ນາງ ຕຸ່ນ ຈູມທະລັງສີ ນາງ ອ້ວນຄຳ ເພງວັນນະວົງ ນາງ ປູນາ ລັກສະໝີ ທ້າວ ສອນວິໄລ ແກ້ວໄຊຍາ ທ້າວ ວິໄລສຸກ ແກ້ວໄຊຍາ ນາງ ນ້ອຍ ແກ້ວດາວເຮືອງ ນາງ ວຽງໄຊ ແສນສຸເພັດ ນາງ ຊຽນ ແກ້ວຕາມໃຈ ທ້າວ ຫຼອດ ແລະ ບ້ານນາເລົາ ມີ 6 ກໍລະນີ ຄື: ທ້າວ ພູທອນ ແສງພະຈັນ ທ້າວ ເຈດສະດາ ພອນແສງພະຈັນ ນາງ ປະກາຍເພັດ ພອນແສງພະຈັນ ນາງ ນ້ອຍ ຫຼວງອາດສະຫມຸດ ນາງ ເຂີງຄຳ ຈັນທະລາດ ທ້າວ ອາແລັກ ແສນສຸກ ຈຳນວນທີ່ອອກໂຮງໝໍ 19 ຄົນນີ້ ມີອາການປານກາງ 1 ກໍລະນີ ເບົາບາງ 12 ກໍລະນີ ແລະ ບໍ່ມີອາການ 16 ກໍລະນີ.

ປັດຈຸບັນ ຄົນເຈັບຍັງສືບຕໍ່ປິ່ນປົວ 31 ກໍລະນີ ເຊິ່ງແຕ່ລະຄົນແມ່ນມີອາການເບົາບາງ ດຣ ສົມຍົດ ດວງພະຈັນ ຜູ້ອຳນວຍການໂຮງໝໍແຂວງວຽງຈັນ ກ່າວວ່າ: ທັງ 19 ຄົນນີ້ ແມ່ນໄດ້ຮັບການປິ່ນປົວດີແລ້ວ ພ້ອມທັງສົ່ງກັບບ້ານ ແຕ່ຈະຕ້ອງໄດ້ມີການກັກບໍລິເວນໂຕເອງຢູ່ເຮືອນໃຫ້ເຂັ້ມງວດຕື່ມອີກ 14 ມື້ ຄືກັບຕອນຢູ່ໃນໂຮງໝໍ ໂດຍມອບໃຫ້ຄະນະສະເພາະກິດຂັ້ນເມືອງ ແລະ ອຳນາດການປົກຄອງບ້ານເພື່ອຊີ້ນຳ ຕິດຕາມ ກວດກາຄືນ ຫາເຊື້ອພະຍາດໂຄວິດ-19 ຕື່ມອີກ ເພື່ອສ້າງຄວາມແນ່ໃຈວ່າ ເຊື້ອໂຄວິດ- 19 ປົວດີ 100% ເພື່ອໃຫ້ໄດ້ໃຊ້ຊີວິດ ແລະ ດຳລົງຊີວິດແບບປົກກະຕິໃນຄອບຄົວ ແລະ ສັງຄົມ.

# ຂ່າວ & ພາບ: ບຸນມີ