ພິທີລົງນາມເອກະສານແລກປ່ຽນ (Exchange of Notes – E/N) ເພື່ອຮັບເອົາໂຄງການຊ່ວຍເຫຼືອລ້າໃນແຜນຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນວັນທີ 15 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ ຮ່ວມລົງນາມໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂຄງການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໂຄງການທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ The Project for Human Resource Development Scholarship (JDS) ມູນຄ່າ 313 ລ້ານເຢນ (ປະມານ 3 ລ້ານໂດລາສະຫະລັດ) ເຊິ່ງເປັນທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ທີ່ລັດຖະບານຍີ່ປຸ່ນສະໜອງໃຫ້ແກ່ລັດຖະບານ ສປປ ລາວ ໃນການຍົກລະດັບຂີດຄວາມສາມາດຂອງພະນັກງານລັດຖະກອນລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ນັບມື້ນັບຫຼາຍຂຶ້ນ ນັບແຕ່ປີ 2000 ມາຮອດປີ 2020 ລັດຖະບານຍີ່ປຸ່ນໄດ້ສະໜອງທຶນການສຶກສາດັ່ງກ່າວໃຫ້ແກ່ ສປປ ລາວທັງໝົດ 464 ທຶນ (ປະລິນຍາໂທ 454 ທຶນ ປະລິນຍາເອກ 10 ທຶນ) ໃນຂະແໜງການສຶກສາ ສາທາລະນະສຸກ ກະສິກໍາ ແລະ ປ່າໄມ້ ພື້ນຖານໂຄງລ່າງ ແລະ ອື່ນໆ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ