ພິທີລົງນາມ ແຕ່ງຕັ້ງທີ່ປຶກສາທາງດ້ານການເງິນ ລະຫວ່າງບໍລິສັດ ລາວ ເນເຊິນອລ ເພເມັນເນັດເວີກ ຈໍາກັດ (LAPNet) ແລະ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ (LXS) ຈັດຂຶ້ນວັນທີ 14 ກໍລະກົດ 2021 ທີ່ຕະຫຼາດຫຼັກຊັບລາວ ໂດຍການລົງນາມຂອງທ່ານ ຫົງຄໍາ ເພັດດາວົງ ຜູ້ອໍານວຍການ ບໍລິສັດ LAPNet ແລະ ທ່ານ ອານຸກອນ ສຸທໍາມະວົງ ອໍານວຍການ ບໍລິສັດ LXS ມີທ່ານ ສຸລິສັກ ທໍານຸວົງ ປະທານສະພາບໍລິຫານບໍລິສັດ LAPNet ແລະ ທ່ານ ວຽງຄໍາ ວັນສີລາລົມ ປະທານສະພາບໍລິຫານ LXS ພ້ອມດ້ວຍຮອງຜູ້ອໍານວຍການ ຄະນະພະແນກ ແລະ ພະນັກງານທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.


ການລົງນາມແຕ່ງຕັ້ງທີ່ປຶກສາທາງດ້ານການເງິນລະຫວ່າງ ບໍລິສັດ LAPNet ແລະ ບໍລິສັດ LXS ມີຈຸດປະສົງເພື່ອປະຕິບັດຕາມເຈດຕະນາລົມຂອງບໍລິສັດ LAPNet ໃນການປັບປຸງໂຄງສ້າງການດໍາເນີນທຸລະກິດຂອງບໍລິສັດໃຫ້ເຂັ້ມແຂງໄລຍະປີ 2021-2025 ເຊິ່ງບໍລິສັດດັ່ງກ່າວໄດ້ສ້າງຕັ້ງຂຶ້ນໃນວັນທີ 12 ມີນາ 2019 ດໍາເນີນທຸລະກິດເປັນຜູ້ໃຫ້ລິການທຸລະກໍາຍ່ອຍຕາມການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ ໂດຍປັດຈຸບັນບໍລິສັດໄດ້ໃຫ້ບໍລິການ 2 ລະບົບຄື: ລະບົບການໂອນເງິນທຸລະກໍາຍ່ອຍລະຫວ່າງສະມາຊິກ ແລະ ລະບົບເຄືອຂ່າຍບັດເຊັ່ນ: ໃຫ້ບໍລິການນໍາໃຊ້ເຮັດທຸລະກໍາຜ່ານຕູ້ ATM ຕູ້ CDM ດ້ວຍການກວດຍອດເງິນໃນບັນຊີ ການຝາກ-ຖອນເງິນສົດ ໂອນເງິນຂ້າມທະນາຄານໂດຍຜ່ານຕູ້ ATM ໂອນເງິນຂ້າມທະນາຄານຜ່ານ Applications ຢູ່ເທິງມືຖືຂອງທະນາຄານທີ່ເປັນສະມາຊິກ ແລະ ກໍາລັງສືບຕໍ່ພັດທະນາການຊໍາລະຂ້າມທະນາຄານໂດຍຜ່ານ QR Code ມາດຖານດຽວກັນຢູ່ໃນ ສປປ ລາວ ນອກນີ້ ບໍລິສັດຍັງມີເປົ້າໝາຍທີ່ຈະພັດທະນາລະບົບຊໍາລະທຸລະກໍາຍ່ອຍໃຫ້ເປັນສູນກາງການຊໍາລະຂອງບັນດາຜູ້ໃຫ້ບໍລິການຊໍາລະທັງພາຍໃນ ແລະ ສາກົນ ແນໃສ່ໃຫ້ປະຊາຊົນລາວໄດ້ໃຊ້ບໍລິການທີ່ສະດວກວ່ອງໄວ ທັນສະໄໝ ປອດໄພ ແລະ ຕົ້ນທຶນຕໍ່າ ດັ່ງນັ້ນ ເພື່ອບັນລຸຈຸດປະສົງທີ່ກ່າວມານັ້ນ ບໍລິສັດ LAPNet ຈຶ່ງມີຄວາມຈໍາເປັນແຕ່ງຕັ້ງໃຫ້ບໍລິສັດ LXS ເຂົ້າມາເປັນທີ່ປຶກສາທາງດ້ານການເງິນ.

# ຂ່າວ & ພາບ: ຂັນທະວີ