ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 15 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 14 ກໍລະກົດຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.451 ຕົວຢ່າງ ຜົນກວດວິເຄາະພົບຜູ້ຕິດເຊື້ອໃໝ່ 116 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນ 1 ກໍລະນີ ຈຳປາສັກ 41 ກໍລະນີ ສະຫວັນນະເຂດ 67 ກໍລະນີ ຄຳມ່ວນ 2 ກໍລະນີ ສາລະວັນ 4 ກໍລະນີ ແລະ ອຸດົມໄຊ 1 ກໍລະນີ ໃນນັ້ນ ມີກໍລະນີນຳເຂົ້າ 114 ຄົນ ມາຈາກແຂວງຈໍາປາສັກ 41 ກໍລະນີ ສະຫວັນນະເຂດ 67 ກໍລະນີ ຄໍາມ່ວນ 02 ກໍລະນີ ແລະ ສາລະວັນ 4 ກໍລະນີ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ.

ສ່ວນຕິດເຊື້ອໃນຊຸມຊົນ 2 ຄົນ ມາຈາກນະຄອນຫຼວງ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ ສຳລັບກໍລະນີໃໝ່ໃນນະຄອນຫຼວງວຽງຈັນ ແມ່ນເປັນພະຍາບານ ເຊິ່ງຕິດເຊື້ອຈາກການດູແລປິ່ນປົວຄົນເຈັບໂຄວິດ-19 ເຊິ່ງມີຜູ້ສຳຜັດໃກ້ຊິດ 6 ຄົນ ຜູ້ກ່ຽວແມ່ນບໍ່ໄດ້ໄປໃສ ສຳລັບຜູ້ໃກ້ຊິດ ແມ່ນຖືກເກັບຕົວຢ່າງຜົນກວດໃຫ້ຜົນລົບ ແລະ ຖືກສົ່ງເຂົ້າຈຳກັດບໍລິເວນຢູ່ສະຖານທີ່ກຳນົດໄວ້.

ປັດຈຸບັນ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3.092 ຄົນ ເສຍຊີວິດສະສົມ 4 ຄົນ (ເສຍຊີວິດໃໝ່ 1 ຄົນ ເປັນເພດຊາຍ ອາຍຸ 67 ປີ) ແລະ ກໍາລັງປິ່ນປົວ 708 ຄົນ ມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 5.869 ຄົນ.
ສຳລັບຂ່າວດີ ວັນທີ 15 ກໍລະກົດ 2021 ນີ້ ພວກເຮົາຈະໄດ້ຮັບວັກຊີນຊ່ວຍເຫຼືອຈາກການໂຄງການ COVAX Facility ຄືວັກຊີນ Johnson & Johnson/Janssen (J&J/Janssen) 1.008.000 ໂດສ ເຊິ່ງຈະໄດ້ແຈກຢາຍໃຫ້ແກ່ກຸ່ມເປົ້າໝາຍ ໃນຂອບເຂດທົ່ວປະເທດ ພ້ອມນັ້ນ ຍັງຈະໄດ້ຮັບວັກຊີນ Astra Zeneca 415.000 ໂດສ ໃນໄວໆນີ້ ຕື່ມອີກ.
ສຳລັບວັກຊີນ Johnson & Johnson/Janssen (J&J/Janssen) ເປັນວັກຊີນປ້ອງກັນໂຄວິດ-19 ເຊິ່ງສັກພຽງແຕ່ 1 ເຂັມ ກໍສາມາດສ້າງພູມຄຸ້ມກັນໃຫ້ຄົນເຮົາໄດ້ ໂດຍຖືກຮັບຮອງຈາກອົງການອະນາໄມໂລກ ແລະ ມີການນຳໃຊ້ໃນຫຼາຍປະເທດໃນທົ່ວໂລກ ພ້ອມນັ້ນ ຍັງເປັນວັກຊີນຊະນິດທີ 5 ທີ່ ສປປ ລາວຈະໄດ້ນຳໃຊ້ໃນໄວໆນີ້ ຈະ ເຮັດໃຫ້ ສປປ ລາວ ມີອັດຕາການປົກຄຸມດ້ວຍວັກຊີນເພິ່ມຂຶ້ນເປັນ 2 ລ້ານກວ່າຄົນໃນມໍ່ໆນີ້.
# ຂ່າວ & ພາບ: ລັດເວລາ