ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານທູດປະເທດເພື່ອນມິດ.

   ຕອນບ່າຍວັນທີ 14 ກໍລະກົດ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ດິນກາກ ອາດສທານາ ເອກອັກຄະລັດຖະທູດແຫ່ງປະເທດອິນເດຍ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ທ່ານມາດຳລົງຕຳແໜ່ງເປັນທູດຄົນໃໝ່ ປະຈຳ ສປປ ລາວ ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ  ຍັງໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ນາງ ໂຟຣອງ ຊັອງບັອງ-ບຣິດສມາກ ເອກອັກຄະລັດຖະທູດ ແຫ່ງປະເທດຝຣັ່ງ ປະຈໍາ ສປປ ລາວ ເນື່ອງໃນໂອກາດທີ່ທ່ານສຳເລັດໜ້າທີ່ການທູດຢູ່ ສປປ ລາວ.

ຂ່າວ & ພາບ: ຊິລິການດາ

error: Content is protected !!