ສະຖານທູດຝຣັ່ງ ມອບເຂົ້າກ່ອງໃຫ້ແພດໝໍ ແລະ ຄົນເຈັບ

    ພິທີມອບ-ຮັບເຂົ້າກ່ອງ ຈໍານວນ 4.500 ກ່ອງ ຈາກສະຖານທູດຝຣັ່ງ ປະຈໍາ ສປປ ລາວໃຫ້ແກ່ແພດໝໍ ແລະ ຄົນເຈັບ ຈັດຂຶ້ນວັນທີ 14 ກໍລະກົດ 2021 ທີ່ໂຮງໝໍມະໂຫສົດ ກ່າວມອບໂດຍທ່ານ ນາງ ຟລໍຣ້ອງ ຊ້ອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ກ່າວຮັບທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີຄະນະອໍານວຍການໂຮງໝໍ ຜູ້ຕາງໜ້າຈາກທະນາຄານ ບໍລິສັດ ແລະ ພະນັກງານແພດໝໍເຂົ້າຮ່ວມ.

    ແຕ່ລະປີ ແມ່ນມີການຈັດງານລ້ຽງສະເຫຼີມສະຫຼອງວັນຊາດຝຣັ່ງ 14 ກໍລະກົດ ທີ່ສະຖານທູດຝຣັ່ງ ແຕ່ສໍາລັບປີນີ້ ມີການລະບາດພະຍາດໂຄວິດ-19 ຈຶ່ງໄດ້ມີການຕັດສິນໃຈໝູນໃຊ້ບ້ວງເງິນທີ່ໄດ້ຂຶ້ນແຜນໃນເບື້ອງຕົ້ນສໍາລັບຈັດງານລ້ຽງນັ້ນ ມາເປັນການຈັດຊື້ ແລະ ແຈກຢາຍອາຫານແທນ ໃຫ້ແກ່ແພດໝໍ ແລະ ຜູ້ປ່ວຍພະຍາດ COVID-19 ເຊິ່ງເຂົ້າກ່ອງທີ່ນໍາມາແຈກຢາຍ ມີທັງໝົດ 6.500 ກ່ອງ ໃນນີ້ ນະຄອນຫຼວງວຽງຈັນ 4.500 ກ່ອງ ແລະ ແຂວງສະຫວັນນະເຂດ 2.000 ກ່ອງ ໂດຍໄດ້ຮັບການສະໜັບສະໜັບສະໜູນຈາກທະນາຄານລາວ-ຝຣັ່ງ ບໍລິສັດ Essilor ບໍລິສັດໄຟຟ້ານ້ໍາເທີນ 2 ແລະ ບໍລິສັດ ສະຫວັນ ໂລຈິສຕິກ ທັງນີ້ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ການເຮັດວຽກຂອງແພດໝໍທີ່ຢູ່ແນວໜ້າໃນການຕໍ່ສູ້ກັບການລະບາດຂອງພະຍາດ ແລະ ເພື່ອຊ່ວຍເຫຼືອຜູ້ປ່ວຍ.

    ສໍາລັບເຂົ້າກ່ອງ 4.500 ກ່ອງມອບໃຫ້ໂຮງໝໍມະໂຫສົດຄັ້ງນີ້ ແມ່ນຈະໄດ້ແຈກຢາຍມື້ລະ 500 ກ່ອງ ຈໍານວນ 9 ມື້ ເລີ່ມແຈກຢາກແຕ່ມື້ນີ້ເປັນຕົ້ນໄປ.

​                               # ຂ່າວ & ພາບ:  ວຽງມາ

error: Content is protected !!