ສະໜອງທຶນໃຫ້ທະນາຄານທຸລະກິດເພື່ອນໍາໄປປ່ອຍກູ້ໃຫ້ ຈວນກ ຟື້ນຟູຜົນກະທົບຈາກໂຄວິດ-19

    ພິທີເຊັນສັນຍາສະໜອງທຶນ ໃນໂຄງການເຂົ້າເຖິງແຫຼ່ງທຶນ ຈວນກ ເພື່ອຮັບປະກັນຜົນກະທົບ ແລະ ຟື້ນຟູຈາກໂຄວີດ-19 ລະຫວ່າງກົມສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ແລະ 5 ທະນາຄານທຸລະກິດ ແລະ ທຶນຂອງລົດຖະບານປີ 2021 ລະຫວ່າງກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ກັບ 4 ທະນາຄານທຸລະກິດ ແລະ 1 ກອງທຶນ ຈັດຂຶ້ນວັນທີ 14 ກໍລະກົດ 2021 ທີ່ໂຮງແຮມຄລາວ ພລາຊາ ຮ່ວມເຊັນສັນຍາໂດຍຕາງໜ້າທະນາຄານທີ່ເຂົ້າຮ່ວມໂຄງການ ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພະນັກງານກ່ຽວຂ້ອງ.

    ການເຊັນສັນຍາຄັ້ງນີ້ ຈະສະໜອງທຶນໃຫ້ແກ່ທະນາຄານທຸລະກິດເພື່ອນຳໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ໃນ 2 ບ້ວງທຶນຄື ບ້ວງທຶນໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈວນກ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ແລະ ບ້ວງທຶນຂອງລັດຖະບານງວດທີ 1 ຂອງປີ 2021 ພາຍໃຕ້ບ້ວງທຶນໂຄງການ MSME A2F-ESR ເຊິ່ງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຖືກມອບໝາຍໃຫ້ເຊັນສັນຍາສະໜອງທຶນໃຫ້ແກ່ 5 ທະນາຄານທຸລະກິດທີ່ຜ່ານເງື່ອນໄຂຄັດເລືອກເຂົ້າຮ່ວມໂຄງການຄື ທະນາຄານໄຊງ່ອນເທືອງຕິ່ນ ລາວ (ຊາຄອມແບັງລາວ) ທະນາຄານລາວ-ຈີນ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ທະນາຄານມາຣູຮານເຈແປນລາວ ແລະ ທະນາຄານຫວຽດຕິນ ຈໍານວນ 16 ລ້ານໂດລາສະຫະລັດ ເພື່ອປ່ອຍສິນເຊື່ອໃຫ້ ຈວນກ ເປັນທັງທຶນໝູນວຽນ ແລະ ທຶນຄົງທີ່ໃນອັດຕາດອກເບ້ຍທີ່ເໝາະສົມ ຊ່ວຍ ຈວນກ ໃຫ້ສາມາດຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 ບັນດາທະນາຄານທຸລະກິດຈະຕ້ອງນໍາທຶນທີ່ໄດ້ຮັບໄປປ່ອຍສິນເຊື່ອໃຫ້ ຈວນກ ທີ່ມີເງື່ອນໄຂເໝາະສົມ ແລະ ຕ້ອງປະປະຕິບັດຕາມລະບຽບ ຫຼືຂໍ້ກໍານົດການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມທີ່ສອດຄ່ອງກັບລະບຽບ ນະໂຍບາຍຂອງລັດຖະບານ ແລະ ທະນາຄານໂລກ ຕາມທີ່ກໍານົດໄວ້ໃນສັນຍາລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານໂລກ ແລະ ໃນຄູ່ມືຈັດຕັ້ງປະຕິບັດໂຄງການ ສ່ວນທຶນທີ່ນຳມາຈັດຕັ້ງປະຕິບັດ MSME A2F-ESR ແມ່ນໄດ້ມາຈາກເງິນກູ້ດອກເບ້ຍຜ່ອນຜັນຈາກທະນາຄານໂລກ.

    ສຳລັບບ້ວງທຶນຂອງລັດຖະບານ ປະກອບທຶນໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ງວດທີ 1 ປີ 2021 ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້ເຊັນສັນຍາສະໜອງທຶນຈໍານວນ 94 ຕື້ກີບເພີ່ມໃຫ້ແກ່ 4 ທະນາຄານທຸລະກິດຄື  ພັດທະນາລາວ 39 ຕື້ກີບ ຊາຄອມແບັງລາວ 20 ຕື້ກີບ ຮ່ວມທຸລະກິດລາວ-ຫວຽດ 15 ຕື້ກີບ ມາຣູຮານເຈແປນລາວ 20 ຕື້ກີບ ແລະ ສະໜອງທຶນຈຳນວນ 5 ຕື້ກີບໃຫ້ແກ່ກອງທຶນພັດທະນາໄຊສົມບູນ ເພື່ອນຳໄປປ່ອຍສິນເຊື່ອໃຫ້ ຈວນກ ຢູ່ສະເພາະແຂວງໄຊສົມບູນໃນອັດຕາດອກເບ້ຍ 3% ຕໍ່ປີ.

.

​                               # ຂ່າວ & ພາບ:  ອົ່ນ ໄຟສົມທອງ

error: Content is protected !!