ບໍລິສັດ ໂອດຽນເຄື່ອງເຢັນ ມອບຜ້າອັດປາກ-ອັດດັງ ໃຫ້ສູນເລືອດແຫ່ງຊາດ

    ໃນ​ວັນ​ທີ 22 ເມ­ສາ 2020 ທີ່​ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ບໍ­ລິ­ສັດ ໂອ​ດຽນ ເຄື່ອງ​ເຢັນ (Odien Air Conditioning) ສູນ​ລວມ​ແອ​ຍີ່­ຫໍ້​ຊັ້ນ​ແນວ​ໜ້າ​ລະ­ດັບ​ໂລກ ບ້ານ​ຂົວ​ຫຼວງ​ໃຕ້ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ນຳ​ໂດຍ​ທ່ານ ກິ​ລະ​ນາ ລັດ­ຕະ­ນະ​ປະ​ທິບ​ທອງ ປະ­ທານ​ຜູ້​ບໍ­ລິ­ຫານ​ບໍ­ລິ­ສັດ ໂອ​ດຽນ ເຄື່ອງ​ເຢັນ ໄດ້​ນຳ​ຜ້າ​ອັດ​ປາກ-ອັດ​ດັງ ຈຳ­ນວນ 1.000 ອັນ ຫຼື 20 ກັບ ມູນ​ຄ່າ 3 ລ້ານ​ກີບ ມາ​ມອບ​ໃຫ້​ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ COVID-19

    ຕາງ­ໜ້າ​ຮັບ​ໂດຍ​ທ່ານ ຈັນ­ທະ​ລາ ສຸກ​ສາ­ຄອນ ຫົວ­ໜ້າ​ສູນ​ເລືອດ​ແຫ່ງ​ຊາດ ອົງ­ການ​ກາ­ແດງ​ລາວ ພ້ອມ​ນີ້​ມີ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

error: Content is protected !!