ພິທີເຊັນບົດບັນທຶກຄວາມເຂົ້າໃຈຮ່ວມມືພັດທະນາທັກສະວິຊາຊີບຊາວໜຸ່ມ ລະຫວ່າງກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມ ປະຕິວັດລາວ ແລະ ກົມອະຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໃນວັນທີ 14 ກໍລະກົດ 2021 ໂດຍການລົງນາມຂອງທ່ານ ປີຢ່າ ຢາທໍ່ຕູ້ ຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ແລະ ທ່ານ ໜູພັນ ອຸດສາ ຫົວໜ້າອະຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ມີທ່ານພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ອະລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ການເຊັນບົດບັນທຶກດັ່ງກ່າວນີ້ ມີຈຸດປະສົງເພື່ອ
– ສ້າງປະຖົມປັດໃຈໃໝ່ ໃນສົ່ງເສີມຊາວໜຸ່ມໃຫ້ເຂົ້າເຖິງວຽກງານອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ ເພື່ອສ້າງກໍາລັງແຮງງານໄວໜຸ່ມໃຫ້ມີຄວາມຮູ້ ຄວາມສາມາດ ມີທັກສະສີມືດີ ມີວຽກເຮັດງານທໍາ ມີລາຍຮັບ ສາມາດກຸ້ມຕົນເອງ ແລະ ຄອບຄົວ.
– ພັດທະນາຊາວໜຸ່ມລາວໃຫ້ເປັນກໍາລັງແຮງງານທີ່ມີປະສິດທິພາບ ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ພຽບພ້ອມໄປດ້ວຍດ້ວຍຄວາມຮູ້ ຄວາມສາມາດ ຄຸນສົມບັດ ວິໄນແຮງງານສໍາລັບການປະກອບອາຊີບ ມີຄວາມສາມາດແຂ່ງຂັນໃນການແຂ່ງຂັນພາຍໃນພາກພື້ນ ແລະ ສາກົນ.
– ເພື່ອສົ່ງເສີມຊ່ວຍຊາວໜຸ່ມທີ່ທຸກຍາກ ດ້ອຍໂອກາດຢູ່ເຂດຊົນນະບົດ ແລະ ຕົວເມືອງໃນຂອບເຂດທົ່ວປະເທດ ໄດ້ເຂົ້າມາຮຽນວິຊາຊີບ ແລະ ກ້າວໄປສູ່ການມີວຽກເຮັດງານທໍາ ມີລາຍຮັບທີ່ໝັ້ນຄົງ ສົມທົບພາກສ່ວນກ່ຽວຂ້ອງ ສ້າງວຽກເຮັດງານທໍາ ແລະ ພັດທະນາສີມືແຮງງານ.
– ເພື່ອຮ່ວມມືກັນຂຽນໂຄງການຂໍທຶນສ່ວນທີ່ກ່ຽວຂ້ອງມາພັດທະນາຍົກລະດັບຄວາມຮູ້ຄວາມ ສາມາດສ້າງວິຊາການ ສ້າງຄູເຝິກຢູ່ພາຍໃນ ແລະ ຕ່າງປະເທດ.

ກິດຈະກໍາຫຼັກຂອງການຮ່ວມມືມີຫຼາຍດ້ານຄື
1. ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບນະໂຍບາຍ ຍຸດທະສາດ ລວມໄປເຖິງນິຕິກໍາທີ່ກ່ຽວຂ້ອງກັບວຽກງານອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ.
2. ແລກປ່ຽນຄວາມຮູ້ ປະສົບການໃນການຈັດຕັ້ງການຮຽນ ການສອນ ຂອງສະຖານອາຊີວະສຶກສາທີ່ຂຶ້ນກັບກົມອາຊີວະສຶກສາ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ.
3. ແລກປ່ຽນສະຖິຕິ ຂໍ້ມູນຂ່າວສານ ສະຖານອາຊີວະສຶກສາ ແລະ ຜູ້ທີ່ຮຽນຈົບໃນແຕ່ລະຊຸດ ແຕ່ລະສາຂາຂອງແຕ່ລະປີ.
4. ແລກປ່ຽນທຶນເຝິກອົບຮົມວິຊາຊີບ ທຶນຮຽນໃນລະບົບພາກປົກກະຕິ ສະຖານອາຊີວະສຶກສາ ທີ່ຂື້ນກັບກົມອະຊີວະສຶກສາ.
5. ແລກປ່ຽນທຶນຍົກລະດັບທາງດ້ານວິຊາການໃຫ້ຄູເຝິກ ພະນັກງານແຕ່ລະສູນເຝິກອົບຮົມວິຊາຊີບຊາວໜຸ່ມ ສຊປລ.
6. ຮ່ວມມືກັນຈັດຕັ້ງບົດຂຽນໂຄງການ ແລະ ເຝິກອົບຮົມວິຊາຊີບໃຫ້ແກ່ຊາວໜຸ່ມ.
7. ຊຸກຍູ້ສົ່ງເສີມຊາວໜຸ່ມ ກາຍເປັນຜູ້ປະກອບການໃນແຕ່ລະສາຂາອາຊີບ.
8. ສ້າງຊາວໜຸ່ມເປັນຄະນະກໍາມະການດ້ານການສຶກສາຢູ່ຂັ້ນບ້ານ.

ການຮ່ວມມືນີ້ ຈະຊ່ວຍໃຫ້ການພັດທະນາທາງດ້ານບຸຄະລາກອນ (ຄູ ແລະ ຄູເຝິກ) ຮູບແບບການເຝິກອົບຮົມວິຊາຊີບ ການພັດທະນາຫລັກສູດ ແລະ ສື່ການຮຽນ-ການສອນ ລວມໄປເຖິງການແລກປ່ຽນບົດຮຽນ ແລະ ປະສົບການຂອງທັງສອງຝ່າຍດີຂຶ້ນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຊາວໜຸ່ມລາວບັນດາເຜົ່າ ໂດຍສະເພາະແມ່ນຜູ້ທີ່ທຸກຍາກ ແລະ ດ້ອຍໂອກາດໃນຂອບເຂດທົ່ວປະເທດ ຈະມີໂອກາດເຂົ້າຮຽນວິຊາຊີບສະເລ່ຍ 1.000 ຄົນ/ປີ ແລະ ມີວຽກເຮັດງານທໍາຫຼັງຮຽນຈົບຫຼາຍກ່ວາ 60% ຂື້ນໄປ.