ມສ ວຽງຈັນ ເຮັດອະນາໄມລວມ ກຽມພ້ອມໃຫ້ແກ່ການສອບເສັງຈົບຊັ້ນ

    ວັນທີ 14 ກໍລະກົດ 2021 ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ພະນັກງານຄູ-ອາຈານ ແລະ ນັກຮຽນ ພ້ອມກັນອອກແຮງງານເຮັດອະນາໄມລວມອ້ອມຮອບບໍລິເວນອາຄານຮຽນ ທັງພາຍໃນ ແລະ ບໍລິເວນເດີ່ນຂອບເຂດບໍລິເວນພາຍໃນໂຮງຮຽນ.

    ທ່ານນາງ ປະທຸມພອນ ພິມປະໄພ ຮອງຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ຜູ້ຮັບຜິດຊອບວຽກງານດູແລ ນັກຮຽນ ແລະ ເຄື່ອນໄຫວກິດຈະກຳ ໄດ້ແຈ້ງໃຫ້ຊາບວ່າ ເພື່ອເປັນການກຽມຄວາມພ້ອມໃຫ້ແກ່ການສອບເສັງ ຈົບ ຊັ້ນ ມ4 ແລະ ມ7 ທີ່ຈະມີຂຶ້ນໃນທ້າຍເດືອນກໍລະກົດນີ້ ພ້ອມທັງເປັນການສ້າງຂະບວນການຕ້ອນຮັບວັນ ສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ທາງຄະນະນຳ ພະນັກງານຄູ-ອາຈານ ແລະ ນັກຮຽນຈຳນວນ ໜຶ່ງທີ່ພັກເຊົາໃນຫໍພັກໂຮງຮຽນ ໄດ້ພ້ອມກັນເຮັດອະນາໄມໂຮງຮຽນ ກຽມຄວາມພ້ອມໃຫ້ແກ່ວັນດັ່ງກ່າວ.  

​                               # ຂ່າວ & ພາບ:  ບຸນມີ

error: Content is protected !!