ນາຊາຍທອງ ມີຄວາມພ້ອມຮອບດ້ານໃຫ້ແກ່ບັ້ນສອບເສັງຈົບຊັ້ນ

    ທ່ານ ນາງ ເພັດພະໄທ ພົນລາມິດ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງນາຊາຍທອງ ໃຫ້ສໍາພາດວັນທີ 12 ກໍລະກົດ 2021 ວ່າ: ເຖິງວ່າຈະມີຄວາມຫຍຸ້ງຍາກດ້ານການຮຽນ-ການສອນໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຫ້ອງການສຶກສາທິການ ແລະ ກີລາ ເມືອງນາຊາຍທອງ ໄດ້ສົມທົບກັບຄູ-ອາຈານ ປະຕິບັດຕາມທິດທາງແຜນການຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ພະແນກສຶກສາທິການ ແລະ ກີລາ ນວ ວາງອອກ ໂດຍຈັດຮູບແບບການສອນທີ່ມີຫຼາຍວິທີ ເພື່ອເພີ່ມທະວີມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ເປັນຕົ້ນແມ່ນຈັດການຮຽນອອນລາຍ.

    ສໍາລັບການຈັດການເສັງສົກຮຽນ 2020-2021 ຊັ້ນຮຽນ ປ1 ຫາ ຊັ້ນຮຽນ ປ4 ຊັ້ນຮຽນ ມ1 ຫາ ຊັ້ນຮຽນ 3 ແລະ ຊັ້ນຮຽນ ມ5 ຫາ ຊັ້ນຮຽນ ມ6 ແມ່ນເອົາຄະແນນສະເລ່ຍຂອງພາກຮຽນທີ 1 ມາບວກສະເລ່ຍພາກຮຽນທີ 2 ແລ້ວຫານສອງ ຖ້າໄດ້ຄະແນນສະເລ່ຍ 5 ຈຸດຂຶ້ນໄປ ແມ່ນເລື່ອນຂຶ້ນຊັ້ນເລີຍ ຖ້າວ່າຫຼຸດຄາດໝາຍ 4 ຈຸດລົງມາ ແມ່ນຈະບໍາລຸງນັກຮຽນສອບເສັງຄືນ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບບັນລູຕາມຄາດໝາຍທີ່ກະຊວງສຶກສາທິການ ແລະ ກີລາວາງອອກ.

    ສະເພາະກະກຽມບັ້ນສອບເສັງຊັ້ນປະຖົມປີທີ 5 ມີນັກຮຽນທັງໝົດ 1.431 ຄົນ ຍິງ 743 ຄົນ ແບ່ງອອກເປັນ 12 ສູນ ມີກໍາມະການ 408 ຄົນ ມີ 91 ຫ້ອງສອບເສັງ ຈະໄດ້ຈັດການສອບເສັງວັນທີ 2-6 ສິງຫາ ນັກຮຽນຊັ້ນ ມ4 ມີ 1046 ຄົນ ຍິງ 514 ຄົນ ກໍາມະການຍາມຫ້ອງເສັງ 294 ຄົນ ແບ່ງເປັນ 6 ສູນ ມີ 67 ຫ້ອງສອບເສັງ ຈະສອບເສັງວັນທີ 12-24 ກໍລະກົດ ແລະ ຊັ້ນມັດທະຍົມປີທີ 7 ຈະໄດ້ສອບເສັງວັນທີ 28-30 ກໍລະກົດ 2021 ໂດຍແມ່ນ ນວ ຈະເປັນຜູ້ຈັດແບ່ງ ແລະ ມີຄວາມຮັບຜິດຊອບ ນອກນັ້ນ ການສອບເສັງດັ່ງກ່າວ ແມ່ນເນັ້ນໃຫ້ມີການຮັກສາໄລຍະຫ່າງ ແລະ ປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ.

​                               # ຂ່າວ & ພາບ:  ຂັນທະວີ

error: Content is protected !!