ຄາດວ່າມີແຮງງານຫຼາຍກວ່າ 96 ພັນຄົນ ໄດ້ຮັບຜົນກະທົບຈາກການແຜ່ລະບາດ COVID-19 ເລັ່ງຄົ້ນຄວ້າມາດຕະການຊ່ວຍເຫຼືອ

    ກອງ​ປະ­ຊຸມ​ລັດ­ຖະ­ບານ ສະ­ໄໝ​ສາ­ມັນ ປະ­ຈຳ​ເດືອນ​ເມ­ສາ ໃນ​ຕອນ​ເຊົ້າ​ວັນ​ທີ 23 ເມ­ສາ 2020 ທີ່​ຫ້ອງ​ວ່າ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ເຊິ່ງ​ມີ​ບັນ­ດາ​ສະ­ມາ­ຊິກ​ລັດ­ຖະ­ບານ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ກອງ​ປະ­ຊຸມ​ດັ່ງ­ກ່າວ ຈະ​ດຳ­ເນີນ​ເປັນ​ເວ­ລາ 1 ວັນ​ເຕັມ ເພື່ອ​ປຶກ­ສາ​ຫາ­ລື​ບັນ­ຫາ​ສຳ­ຄັນ​ຕ່າງໆ ໂດຍ​ສະ­ເພາະ​ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ກະ­ທົບ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19  ໃນ​ນີ້ ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ໄດ້​ຄົ້ນ­ຄວ້າ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ຊ່ວຍ­ເຫຼືອ​ບັນ­ດາ​ຜູ້​ອອກ­ແຮງ​ງານ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ພະ­ຍາດ​ໂຄ​ວິດ-19 ໂດຍ​ສະ­ເໜີ 3 ແນວ­ທາງ​ຕໍ່​ລັດ­ຖະ­ບານ​ເພື່ອ​ຄົ້ນ­ຄວ້າ​ພິ­ຈາ­ລະ­ນາ.

    ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ນຳ​ສະ­ເໜີ​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ຊ່ວຍ­ເຫຼືອ​ກຸ່ມ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່​ໂຄ​ວິດ-19 ສະ­ບັບ​ເລກ​ທີ 1115/ຮສສ ລົງ​ວັນ​ທີ 11 ເມ­ສາ 2020. ການ​ຄົ້ນ­ຄວ້າ​ແມ່ນ​ອີງ­ໃສ່​ພື້ນ­ຖານ​ຜົນ​ສຳ​ຫຼວດ​ກຳ­ລັງ​ແຮງ​ງານ​ຄັ້ງ​ທີ II ໃນ​ປີ 2017 ມີ​ການ​ຈ້າງ​ງານ​ນອກ​ລະ­ບົບ ຈຳ­ນວນ 269.000 ຄົນ ທີ່​ເປັນ​ໄວ​ໜຸ່ມ ແລະ ປະ­ມານ 1.185.000 ຄົນ ເປັນ​ຜູ້​ໃຫຍ່ ອາ­ໄສ​ຢູ່​ຊົນ­ນະ­ບົດ 869.000 ຄົນ ແລະ ໃນ​ຕົວ​ເມືອງ 584.000 ຄົນ.

    ພ້ອມ​ກັນ​ນັ້ນ ໃນ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄດ້​ມີ­ແຮງ​ງານ​ລາວ​ທີ່​ອອກ­ແຮງ​ງານ​ຢູ່​ປະ­ເທດ​ໄທ​ແບບ​ຖືກ­ຕ້ອງ ແລະ ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ເດີນ­ທາງ​ກັບ​ຄືນ​ປະ­ເທດ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ໂດຍ​ຜ່ານ​ຊ່ອງ​ທາງ​ຕ່າງໆ. ໃນ​ນັ້ນ ແຮງ​ງານ​ລາວ​ເຮັດ​ວຽກ​ຢູ່​ປະ­ເທດ​ໄທ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແຕ່​ປີ 2016-2019 ມີ​ທັງ​ໝົດ 213.477 ຄົນ ຜູ້​ປະ­ກັນ​ຕົນ​ໃນ​ລະ­ບົບ​ປະ­ກັນ​ສັງ­ຄົມ​ພາກ​ວິ​ສາ​ຫະ​ກິດ ມີ​ທັງ​ໝົດ 116.979 ຄົນ ເຊິ່ງ​ຄາດ​ຄະ­ເນ​ວ່າ​ຈະ​ມີ​ຜູ້​ອອກ­ແຮງ​ງານ​ປະ­ມານ 96.174 ຄົນ ທີ່​ຢຸດ​ພັກ​ໃນ​ໄລ­ຍະ​ນີ້ ຖ້າ​ຫາກ​ຈະ​ໃຫ້​ເງິນ​ອຸດ​ໜູນ​ໄລ­ຍະ​ການ​ຢຸດ​ງານ​ຜູ້​ລະ 5 ແສນ​ກີບ​ຕໍ່​ເດືອນ ໄລ­ຍະ 2 ເດືອນ (ເດືອນ​ພຶດ­ສະ­ພາ ແລະ ມິ­ຖຸ­ນາ) ຈະ​ໃຊ້​ງົບ­ປະ­ມານ​ຫຼາຍ​ກວ່າ 48 ຕື້​ກີບ​ຕໍ່​ເດືອນ.

error: Content is protected !!