ໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ບ້ານນາພານ ທີ່ຂື້ນກັບເຂດກຸ່ມບ້ານທີ I ເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນໍ້າຂອງ ທີ່ເປັນເຂດກໍານົດເປັນວັງສະຫງວນວັງຫີນຫອຍຂອງບ້ານດັ່ງກ່າວ ວັນທີ 13 ກໍລະກົດ 2021 ມີທ່ານ ແສງທອງ ວັງແກ້ວມະນີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ ທ່ານ ຄໍາຈັນ ສີດາວົງ ກໍາມະການພັກແຂວງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງ ບັນດາທ່ານໃນຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ຫົວໜ້າຫ້ອງການ-ຄະນະຫ້ອງການ ຕະຫຼອດຮອດຜູ້ປະກອບການ ນັກທຸລະກິດ ນາຍບ້ານ ແລະ ພໍ່ແມ່ປະຊາຊົນພະນັກງານຫຼັກແຫຼ່ງພາຍໃນເມືອງໄຊພູທອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນມາ ເທບພູໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ ໄດ້ກ່າວວ່າ: ໃນໄລຍະທີ່ຜ່ານມາ ການນຳຂັ້ນຕ່າງໆແມ່ນໄດ້ເອົາໃຈໃສ່ຊີ້ນຳ ແລະ ນໍາພາຕໍ່ກັບການປົກປັກຮັກສາ ການອະນຸຮັກປ່າໄມ້ ສັດນ້ຳ ແລະ ສັດປ່າ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້ ສັດນ້ຳ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ ມີການຄຸ້ມຄອງນຳໃຊ້ແບບຍືນຍົງ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ເມືອງໄຊພູທອງຈຶ່ງໄດ້ປ່ອຍປາຄືນສູ່ທໍາມະຊາດຈໍານວນ 10 ພັນກວ່າໂຕ.

ຈຸດປະສົງການປ່ອຍປາຄັ້ງນີ້ ເພື່ອປັບປຸງ ແລະ ເພີ່ມຈໍານວນຊັບພະຍາກອນສັດນໍ້າຊະນິດຕ່າງໆ ໂດຍສ້າງຮູບແບບການຈັດການຄຸ້ມຄອງແບບມີສ່ວນຮ່ວມສະໜັບສະໜູນການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ແລະ ສ້າງຈິດສໍານຶກດ້ານລະບຽບການປະມົງໃຫ້ອໍານາດການປົກຄອງ ແລະ ຊຸມຊົນທ້ອງຖິ່ນ ໂຄງການສົ່ງເສີມການຈັດການປະມົງຢູ່ລຽບຕາມແຄມແມ່ນໍ້າຂອງ ແມ່ນໄດ້ຮ່ວມກັບຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະ ບ້ານ ຮ່ວມຈັດພິທີປ່ອຍປາລົງສູ່ແມ່ນໍ້ຂອງ ເພື່ອປູກຈິດສໍານຶກໃຫ້ເຍົາວະຊົນຮຸ່ນຫຼັງ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນອະນຸຮັກສັດນໍ້າ-ສັດປ່າໃຫ້ມີຄວາມຍືນຍົງຕະຫຼອດໄປ.
# ຂ່າວ & ພາບ: ພັນທະມິດ ວົງສຸທີ