ທະຫານ ນວ ປ່ອຍປາ ໂອກາດ​ວັນ​ປ່ອຍປາ ແລະ ອະນຸຮັກ​ສັດ​ນ້ຳ-ສັດປ່າແຫ່ງ​ຊາດ ​

    ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງ​ຈັນ (ນວ) ​​ຈັດ​ພິທີປ່ອຍ​ປາ ​ເນື່ອງໃນໂອກາດ​ວັນ​ອະນຸຮັກ ​ແລ​ະ ຄຸ້ມ​ຄອງ​ສັດ​ນ້ຳ-ສັດປ່າແຫ່ງ​ຊາດ (13 ກໍລະກົດ) ທັງເປັນການລະນຶກວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຄົບຮອບ 112 ປີ ຂຶ້ນ​​ວັນ​ທີ 13 ກໍລະກົດ 2021 ຢູ່ກອງບັນຊາການດັ່ງກ່າວ ໂດຍ​ມີທ່ານ ພັນເອກ ບຸນເຈີ ຄຳມະວົງ ຫົວໜ້າຫ້ອງພະລາທິການ ກອງ​ບັນຊາ​ການທະຫານ​ ນວ ມີ​​ຄະນະ​ພັກ ອົງການ 5 ຫ້ອງ ພະ​ແນ​ກການ ພະນັກງານ-ນັກຮົບ​ ເຂົ້າ​ຮ່ວມ.

    ທ່ານ ພັນ​ໂທ ທອງ​ບາ ສຸກ​ກະ​ເສີມ ​ຫົວໜ້າ​ພະ​ແນ​ກຜະ​ລິດ ກອງບັນຊາການທະຫານ ​ນວ ກ່າວ​ວ່າ: ພວກເຮົາໄດ້ຈັດຕັ້ງປະຕິບັດການປ່ອຍປາຂຶ້ນທຸກໆປີ ໂດຍອີງໃສ່ສະພາບ ແລະ ເງື່ອນໄຂຕົວຈິງ ການຜະລິດລູກປາແມ່ນຜະລິດໄດ້ຕາມຄາດໝາຍທີ່ວາງໄວ້ ໃຫ້ເປັນຮູບປະທຳ ແລະ ເປັນຜົນປະໂຫຍດສ່ວນລວມຂອງກົມກອງ ສະເພາະປີ 2021 ສາມາດຜະລິດລູກປາໄດ້ 135.000 ໂຕ ລາຄາ 120 ກີບ ສະເລ່ຍມູນຄ່າ 16.200.000 ກີບ ໄດ້ຜະລິດເປັນປາຮາມປ່ອຍກ່ອນ 60 ກິໂລ ມູນຄ່າ 600.000 ກີບ ສໍາລັບປາ​ທີ່​ນຳ​ມາ​ປ່ອຍ​ໃນ​ຄັ້ງ​ນີ້​ລວມມີປາສະລິດ ປາ​ນິນ ປາປາກ ປາລາຮູ່ ປາມະນີກ່ານ ແລະ ປານວນຈັນ 300 ກິໂລ ລວມ​​ມູນ​ຄ່າ 24.100.100 ກີບ.

    ການຈັດຕັ້ງພິທີປ່ອຍປາຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານລ້ຽງດູທັບ ເພື່ອຕອບສະໜອງຊີ້ນປາແກ້ໄຂຊີວິດການເປັນຢູ່ໃຫ້ນາຍ ແລະ ພົນທະຫານຂອງກົມກອງ ສ້າງເງື່ອນໄຂເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ສ້າງໃຫ້ມີລາຍຮັບ ສາມາດຕອບສະໜອງໄດ້ໃນການດຳລົງຊີວິດປະຈຳວັນ ກົມກອງລວມໝູ່ ທັງເປັນການ​​ປູກຈິດສຳນຶກຂອງພະນັກງານ-ນັກຮົບພາຍໃນກົມກອງ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວຢ່າງເລິກເຊິ່ງ ເພື່ອພ້ອມກັນປົກ​ປັກ​ຮັກສາ​ອະນຸຮັກ​ສັດ​ນ້ຳ-ສັດປ່າໃຫ້​​ເພີ່ມ​ຂຶ້ນ ແລະ ມີຄວາມ​ຍືນຍົງ ທັງເປັນການສ້າງຂະບວນການພາຍໃນກົມກອງໃຫ້ມີບັນຍາກາດຟົດຟື້ນຕື່ມອີກ.

​                               # ຂ່າວ & ພາບ:  ສະບາໄພ

error: Content is protected !!