ພິທີເປີດຂະບວນການປູກເຂົ້າຕາມທິດຫັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຈັດຂຶ້ນໃນວັນທີ 13 ກໍລະກົດ 2021 ທີ່ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ບັນດາຄະນະປະຈໍາພັກ ຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີສຸພັນ ບຸນສະເໝີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ໃຫ້ຮູ້ວ່າ: ທົ່ວເມືອງສັງທອງມີເນື້ອທີ່ແຜນການປູກເຂົ້ານາປີທັງໝົດ 8.500 ເຮັກຕາ ນໍາໃຊ້ແນວພັນ 650.000 ກິໂລ ສະເລ່ຍ 80 ກິໂລຕໍ່ເຮັກຕາ ມາຮອດປັດຈຸບັນ ຊາວກະສິກອນພາຍໃນເມືອງສາມາດປັກດໍານາປີໄດ້ 7.905 ເຮັກຕາ ເທົ່າກັບ 93% ໃນນັ້ນ ນາຫວ່ານ ແລະ ນາຢອດ 3.040 ເຮັກຕາ ຄາດຄະເນສະມັດຕະພາບສະເລ່ຍປະມານ 4,53 ໂຕນຕໍ່ເຮັກຕາ ຄາດວ່າກາງເດືອນຫາທ້າຍເດືອນກໍລະນີນີ້ ຈະໃຫ້ສໍາເລັດ 100%.
ສໍາລັບການປັກດໍາເຂົ້ານາປີໃນປີນີ້ ແມ່ນໄດ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເນື່ອງຈາກວ່າຝົນຟ້າອາກາດຕົກໄວ ຕົກຖືກຕາມລະດູການ ສໍາລັບການດໍານາດ້ວຍກົນຈັກທີ່ທັນສະໄໝ ຢູ່ທາງເມືອງສັງທອງຂອງພວກເຮົາແມ່ນຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ ເຊິ່ງປີນີ້ເປັນປີທໍາອິດທີ່ທາງບໍລິສັດອິນຊີທອງການຄ້າຈໍາກັດ ໄດ້ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຂະແໜງປູກຝັງນະຄອນຫຼວງວຽງຈັນ ອົງການປົກຄອງເມືອງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ຈຶ່ງໄດ້ຈັດພິທີການສາທິດດໍານາດ້ວຍກົນຈັກທີ່ທັນສະໄໝຂຶ້ນ ທັງນີ້ກໍເພື່ອເປັນການຫຼຸດຜ່ອນແຮງງານ 10% ແລະ ຫຼຸດຕົ້ນທຶນເຂົ້າໃນການຜະລິດ ແລະ ຜ່ານມາ ການໃຊ້ແຮງງານຄົນແມ່ນໄດ້ນໍາໃຊ້ຫຼາຍ ເພື່ອໃຫ້ຊາວກະສິກອນຫັນມາໃຊ້ກົນຈັກເຂົ້າໃນການປັກດໍາ ຫຼື ເກັບກ່ຽວເຂົ້າ ອີກຢ່າງໜຶ່ງ ກໍເພື່ອເປັນການໂຄສະນາສິນຄ້າຂອງບໍລິສັດໄປພ້ອມໆກັນ.

# ຂ່າວ & ພາບ: ວຽງມາ