ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈຳວັນທີ 14 ກໍລະກົດ 2021 ວ່າ: ສະພາບການລະບາດ ພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 13 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.888 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 75 ຄົນ ຈາກນະຄອນຫຼວງວຽງຈັນ (ນວ) 6 ກໍລະນີ ຈໍາປາສັກ 61 ກໍລະນີ ສະຫວັນນະເຂດ 7 ກໍລະນີ ແລະ ຄໍາມ່ວນ 1 ກໍລະນີ ເຊິ່ງທັງໝົດແມ່ນກໍລະນີນຳເຂົ້າ ກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ.


ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.976 ຄົນ ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວທັງໝົດ 726 ຄົນ ການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ ວັນທີ 13 ກໍລະກົດ ມີຜູ້ເດີນທາງເຂົ້າມາຕາມຈຸດຜ່ານດ່ານຕ່າງໆໃນ ສປປ ລາວ ທັງໝົດ 2.773 ຄົນ ເຊິ່ງທັງໝົດແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 48 ສູນ ແລະ ມີຜູ້ຈຳກັດບໍລິເວນ 6.337 ຄົນ.

1
# ຂ່າວ & ພາບ: ສີພອນ ຈັນທະດາລາ