ແຈ້ງເຕືອນຈະມີຝົນຕົກ​ທຸກ​ພາກ

    ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງສະພາບອາກາດຕື່ມອີກວ່າ: ໃນໄລຍະວັນທີ 14-18 ກໍລະກົດ 2021 ຈະມີລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງຂຶ້ນ ພັດປົກຫຸ້ມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດຢູ່ບາງທ້ອງຖິ່ນໃນແຕ່ລະພາກຄື: ແຂວງຜົ້ງສາລີ ຫົວພັນ ຊຽງຂວາງ ອຸດົມໄຊ ບໍ່ແກ້ວ ຫຼວງນໍ້າທາ ຫຼວງພະບາງ ໄຊຍະບູລີ  ວຽງຈັນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ ເຊກອງ ອັດຕະປື ແລະ ນະຄອນຫຼວງວຽງຈັນ.

    ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ດິນເຈື່ອນເກີດຂຶ້ນຢູ່ບາງທ້ອງຖິ່ນແຂວງພາກເໜືອ ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມ ບໍ່ຄວນໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພື່ອຫຼີກລ່ຽງຜົນກະທົບຈາກຟ້າຜ່າ ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.   

  # ພາບ – ຂ່າວ: ສົມສະຫວັນ

error: Content is protected !!