ພີທີປະກາດການຈັດຕັ້ງຮອງເລຂະຄະນະພັກ ຄະນະປະຈຳພັກ ກຳມະການຄະນະພັກ ແລະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ຈັດຂຶ້ນວັນທີ 13 ກໍລະກົດ 2021 ທີ່ເຮືອນຮັບແຂກກະຊວງ ຮສສ ເປັນກຽດເຂົ້າຮ່ວມຂອງທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ມີຮອງລັດຖະມົນຕີ ປະທານອົງການກາແດງລາວ ແລະ ພະນັກງານ ສະມາຊິກພັກເຂົ້າຮ່ວມ.

ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກໄດ້ຜ່ານມະຕິຕົກລົງ ແລະ ດຳລັດຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການບົ່ງຕົວ ແຕ່ງຕັ້ງກຳມະການປະຈຳພັກກະຊວງ ຮສສ ໂດຍບົ່ງຕົວທ່ານ ລີປາວ ຢາງ ເລຂາໜ່ວຍພັກ ຫົວໜ້າຫ້ອງການ ມາເປັນຄະນະປະຈຳພັກ ຮອງລັດຖະມົນຕີ ທ່ານ ປະເດີມພອນ ສົນທະນີ ຄະນະປະຈຳພັກ ຮອງລັດຖະມົນຕີ ມາເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີ ທ່ານ ສີສະຫວາດ ກົມພົນ ຫົວໜ້າກົມນະໂຍບາຍ ມາເປັນກຳມະການຄະນະພັກ ແລະ ບົ່ງຕົວແຕ່ງຕັ້ງທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ມາເປັນຮອງລັດຖະມົນຕີກະຊວງ ຮສສ.


1
# ຂ່າວ & ພາບ: ອົ່ນ ໄຟສົມທອງ