ສະມາຄົມສຽງແຄນລາວ ຕີລາຄາວຽກງານ 6 ເດືອນຜ່ານມາ

    ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ກຳນົດທິດທາງໜ້າທີ່ຈຸດສຸມ 6 ເດືອນທ້າຍປີ 2021 ແລະ ປະກາດການຈັດຕັ້ງສະມາຄົມສຽງແຄນລາວ ຈັດຂຶ້ນວັນທີ 12 ກໍລະກົດ 2021 ຢູ່ຫໍວັດທະນະທຳແຫ່ງຊາດ ເປັນປະທານຂອງທ່ານ ຄຳພັນ ເໝືອນສິດທິດາ ປະທານສະມາຄົມສຽງແຄນລາວ ມີທ່ານນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກິຕິມະສັກສະມາຄົມສຽງແຄນລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄຳພັນ ເໝືອນສິດທິດາ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ 2021 ຂອງສະມາຄົມສຽງແຄນລາວ ໃນໄລຍະ 6 ເດືອນຜ່ານມາ ສະມາຄົມສຽງແຄນລາວ ໄດ້ເຄື່ອນໄຫວປະສານສົມທົບກັບພາກສ່ວນຕ່າງໆ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງໃຫ້ໄດ້ບັນດານິຕິກຳສຳຄັນທີ່ເປັນພື້ນຖານ ເພື່ອໃຫ້ຂັ້ນເທິງຂອງຕົນໄດ້ຮັບເອົາເຊັ່ນ:ຮັບຮອງເອົາການສ້າງຕັ້ງ ແລະ ກົດລະບຽບຂອງສະມາຄົມ ຮັບຮອງເອົາຄະນະບໍລິຫານສະມາຄົມ ຊຸດທີ III ຈົດທະບຽນສະມາຄົມ ກາປະທັບ ພ້ອມໜັງສືອະນຸຍາດໃຫ້ນຳໃຊ້ກາປະທັບຂອງສະມາຄົມ ແລະ ອື່ນໆ.

    ການອະນຸຮັກຮັກສາ ແລະ ສົ່ງເສີມແຄນລາວມໍລະດົກໂລກ ໄລຍະທີ່ຜ່ານມາ ສະມາຄົມສຽງແຄນລາວໄດ້ສະເໜີຕໍ່ທ່ານນາຍົກລັດຖະມົນຕີ ເພື່ອຂໍອະນຸມັດນຳໃຊ້ສະຖານທີ່ດິນ ແລະ ອາຄານສຳນັກງານເກົ່າກະຊວງຍຸຕິທຳ ເພື່ອບູລະນະສ້ອມແປງເປັນພິພິທະພັນແຄນລາວມໍລະດົກໂລກ ໄດ້ກະກຽມຜະລິດ ແລະ ຈຳໜ່າຍຜະລິດຕະພັນສັນຍະລັກແຄນລາວ ເພື່ອໃຫ້ພາກສ່ວນຕ່າງໆຊຸກຍູ້ຊ່ວຍຊື້ ແນໃສ່ເພື່ອຍົກສູງບົດບາດຂອງແຄນລາວ ມໍລະດົກໂລກ ພ້ອມດຽວກັນນັ້ນ ກໍເພື່ອປະກອບສ້າງກອງທຶນເພື່ອເຄື່ອນໄຫວສົ່ງເສີມມູນເຊື້ອຂອງແຄນ ແລະ ສຽງແຄນເຊື້ອຊາດລາວມໍລະດົກໂລກ ໃຫ້ຍືນຍົງຢູ່ຄູ່ຄົນລາວ ຊາດລາວ ແລະ ຊາວໂລກຕະຫຼອດໄປ.

1

​                               # ຂ່າວ & ພາບ:  ຊິລິການດາ

error: Content is protected !!