ວັນປ່ອຍປາ ວັນອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ປະຈໍາປີ 2021 ໄດ້ຈັດຂຶ້ນຢູ່ 3 ເມືອງຄື ທີ່ເມືອງຫົງສາ ຈັດຂຶ້ນໃນວັນທີ 9 ກໍລະກົດ 2021 ເມືອງເງິນ ຈັດງານໃນວັນທີ 10 ກໍລະກົດ 2021 ແລະ ເມືອງຊຽງຮ່ອນ ຈັດງານໃນວັນທີ 13 ກໍລະກົດ 2021 ໂດຍມີ ຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເຂົ້າຮ່ວມງານທັງ 3 ເມືອງຄື: ເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ ແລະ ໄດ້ສະໜັບສະໜູນປາເປັນປະຈໍາທຸກປີ.


ປີ 2021 ບໍລິສັດ ໃຫ້ການສະໜັບສະໜູນລູກປາຈໍານວນ 30.000 ໂຕ ແບ່ງອອກເປັນຄື: ເມືອງຫົງສາ 15.000 ໂຕ ເມືອງເງິນ 10.000 ໂຕ ແລະ ເມືອງຊຽງຮ່ອນ 5.000 ໂຕ ທັງນີ້ກໍເພື່ອເປັນການອະນຸຮັກພັນສັດນໍ້າ ຄືນຄວາມອຸດົມສົມບຸນໃຫ້ກັບແຫຼ່ງນໍ້າຕາມທໍາມະຊາດ ແລະ ຊ່ວຍກັນຮັກສາຄວາມສົມດຸນໃຫ້ກັບທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ຢູ່ຄຽງຄູ່ກັບຊຸມຊົນເມືອງຕໍ່ໄປ.
# ຂ່າວ & ພາບ: ວຽງມາ