ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ໄດ້ນຳເອົາເຄື່ອງບໍລິໂພກມາມອບໃຫ້ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 13 ກໍລະກົດ 2021 ທີ່ຫ້ອງວ່າການປົກຄອງ ນວ ມອບໂດຍຕາງໜ້າ ສພປ ກ່າວຮັບໂດຍທ່ານນາງ ສຸພາພອນ ພອນປະເສີດ ຮອງປະທານສະຫະພັນແມ່ຍິງ ນວ ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ເຄື່ອງທີ່່ນຳມາມອບຄັ້ງນີ້ ມີໝີ່ໄວໆ 10 ແກັດ ປາກະປ໋ອງ 5 ແກັດ ມູນຄ່າ 3 ລ້ານກວ່າກີບ ແລະ ເຄື່ອງຈຳນວນດັ່ງກ່າວ ຈະນຳໄປມອບຕໍ່ໃຫ້ເອື້ອຍນ້ອງແມ່ຍິງທີ່ມີຄວາມຫຍຸ້ງຍາກເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນ ນວ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ