ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຈັດພິທີສະເຫຼີມສະຫຼອງວັນປະຊາກອນໂລກ ປະຈໍາປີ 2021 ພາຍໃຕ້ຫົວຂໍ້: “ປົກປ້ອງສິດທິ ແລະ ສຸຂະພາບຈະເລີນພັນຂອງທຸກຄົນ ທຸກເວລາ ເຖິງຈະມີການລະບາດຂອງພະຍາດໂຄວິດ-19: ເລັ່ງລັດການຈັດຕັ້ງປະຕິບັດແຜນດໍາເນີນງານ ICDP” ຈັດຂຶ້ນວັນທີ 13 ກໍລະກົດ 2021 ທີ່ໂຮມແຮມຄຣາວ ພລາຊາ ເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ມາຣຽມ ຄານ ຜູ້ຕາງຫນ້າອົງການ UNFPA ປະຈໍາ ສປປ ລາວ ມີບັນດາຜູ້ຕາງໜ້າຈາກກະຊວງ ອົງການ ພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ພອນວັນ ອຸທະວົງ ກ່າວວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມ ລວມທັງລະບົບສາທາລະນະສຸກທົ່ວໂລກ ແລະ ເຮັດໃຫ້ການບໍລິການດ້ານສຸຂະພາບທີ່ສໍາຄັນບໍ່ສາມາດສະໜອງການບໍລິການ ເຊິ່ງລວມເຖິງການໃຫ້ບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ການວາງແຜນຄອບຄົວ ໂດຍສະເພາະແມ່ນການບໍລິການດ້ານສຸຂະພາບແມ່ຍິງ ແລະ ເດັກຍິງ ເຊິ່ງເປັນການບໍລິການທໍາອິດທີ່ຖືກລະເລີຍກ່ອນຫມູ່ສະເໝີ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຖ້າບັນຫາດັ່ງກ່າວຍັງສືບຕໍ່ ປະຊາກອນແມ່ນມີທ່າອ່ຽງຈະໄດ້ຮັບຜົນກະທົບໄລຍະຍາວ ເປັນຕົ້ນ ການເພີ່ມຂຶ້ນຂອງບັນຫາການຖືພາໂດຍບໍ່ຕັ້ງໃຈ ການຫຼຸລູກທີ່ບໍ່ປອດໄພ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ ຜົນກະທົບຕໍ່ການບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການ ແລະ ຂໍ້ຈໍາກັດໃນການເດີນທາງ ການປິດເມືອງ ເປັນຕົ້ນ ການແບກຫາບພາລະຂອງແມ່ຍິງ ແລະ ເດັກຍິງ ໃນໄລຍະກັກໂຕ ເຊິ່ງໄດ້ເຮັດໃຫ້ມີຜົນກະທົບຕໍ່ແມ່ຍິງ ແລະ ເດັກຍິງ ເຊັ່ນ: ຄວາມສາມາດໃນການຕັດສິນໃຈຂອງເຂົາເຈົ້າຫຼຸດລົງ ບໍ່ວ່າຈະເປັນການຕັດສິນໃຈດ້ານການຈັດສັນເວລາ ການດູແລຮ່າງກາຍ ແລະ ສຸຂະພາບຂອງເຂົາເຈົ້າ.

ທ່ານນາງ ມາຣຽມ ຄານ ກ່າວວ່າ: “ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ທຸກພາກສ່ວນ ແລະ ຂົງເຂດ ອົງການ UNFPA ໄດ້ເພີ່ມການສະໜັບສະໜູນໃຫ້ແກ່ການດໍາເນີນງານເພື່ອປົກປ້ອງ ແລະ ໃຫ້ມີຄວາມຄືບໜ້າໃນການຮັກສາສຸຂະພາບ ແລະ ການດໍາລົງຊີວິດຂອງແມ່ຍິງ ແລະ ເດັກຍິງ ເສີມຂະຫຍາຍຄູ່ຮ່ວມມື ໂດຍການເພີ່ມງົບປະມານ ແລະ ຄົ້ນຄິດຫາວິທີແກ້ໄຂແບບໃໝ່ ເພື່ອແກ້ໄຂຜົນກະທົບທີ່ມີຕໍ່ແມ່ຍິງ ແລະ ເດັກຍິງ” ທ່ານໄດ້ເນັ້ນໜັກຕື່ມອີກວ່າ “ຖ້າເຮົາຈະສະໜັບສະໜູນລັດຖະບານລາວ ຕ້ອງໃຫ້ສາມາດບັນລຸເປົ້າໝາຍ ICPD25 ເຊິ່ງເປັນບາດກ້າວສໍາຄັນເພື່ອໃຫ້ບັນລຸເປົ້າໝາຍການພັດທະນາ SDGs ເຮົາຕ້ອງສຸມໃສ່ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ (SRH) ເປັນຫຼັກ ແລະ ເຮົາຕ້ອງມອບສິດທິ ແລະ ໝັ້ນໃຈວ່າແມ່ຍິງສາມາດບັນລຸທ່າແຮງຂອງຕົນ ແລະ ເປັນເຈົ້າຕົນເອງໃນຊຸມຊົນທຸກເວລາ ເຖິງວ່າຈະປະເຊີນບັນຫາການລະບາດຂອງພະຍາດໂຄວິດ-19 ກໍຕາມ.”

# ຂ່າວ & ພາບ: ວຽງມາ