ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທັງເປັນຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດຄວບຄຸມພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (Covid-19) ວ່າ:

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 17 ໂມງແລງຂອງວັນທີ 22 ເມສາ 2020 ຈຳນວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.664 ຄົນ ຜູ້ເດີນທາງຜ່ານດ່ານລາວ-ໄທ ທັງໝົດ 952 ຄົນ ບໍ່ມີແຮງງານລາວທີ່ກັບມາແຕ່ໄທ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຈີນ ທັງໝົດ 297 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຫວຽດ ທັງໝົດ 410 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສົ່ງສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ກຳປູເຈຍ ທັງໝົດ 5 ຄົນ ແມ່ນພະນັກງານກົງສູນກຳປູເຈຍປະຈຳການຢູ່ແຂວງຈຳປາສັກ ໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.
ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 22 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 67 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 5 ຄົນ ກໍລະນີມີອາການສົງໄສ 11 ຄົນ ແລະ 51 ຄົນ ຈາກແຮງງານລາວທີ່ກັບມາແຕ່ໄທ (ມີອາການ 2 ຄົນ ແລະ ບໍ່ມີອາການ 49 ຄົນ) ໃນຈຳນວນ 67 ຄົນ ທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 12 ຄົນ ແລະ ຕ່າງແຂວງ 55 ຄົນ ຜົນກວດທັງໝົດ 67 ກໍລະນີ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 22 ເມສາ 2020 ບໍ່ມີກໍລະນີໃໝ່.

ແນວໃດກໍຕາມ ພວກເຮົາໄດ້ສຶກສາສະພາບການລະບາດຂອງປະເທດໃກ້ຄຽງ ແລະ ສະພາບການລະບາດຢູ່ໃນທົ່ວໂລກ ເຫັນວ່າມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 23 ເມສາ 2020 ທົ່ວໂລກມີການລາຍງານການລະບາດທັງໝົດ 210 (ປະເທດ/ເຂດ) ມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 2.633.001 (77.241 ໃໝ່) ເສຍຊິວິດ 183.882 (6.423 ໃໝ່) ປີ່ນປົວຫາຍດີ 717.220 (28.790 ໃໝ່) ຜູ້ປິ່ນປົວຫາຍດີປະຈຳວັນກວມເອົາ 37,2 % ຂອງຈຳນວນຜູ້ຕິດເຊື້ອໃໝ່ປະຈຳວັນ ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.948 ຄົນ ແລະ ເສຍຊີວິດ 2.219 ຄົນຕໍ່ມື້ ອັດຕາຄວາມຮ້າຍແຮງຂອງມື້ນີ້ ແມ່ນເພິ່ມຂຶ້ນ 6,98% (ມື້ວານນີ້ 6.94 %).
ສະເພາະກຸ່ມປະເທດອາຊຽນ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດຕິດເຊື້ອໃໝ່ໃນວັນທີ 22 ເມສາ 2020 ນີ້ ເຖິງ 1.016 ຄົນ ແລະ ເສຍຊີວິດໃນມື້ດຽວ ເຖິງ 19 ຄົນ.