ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20 ກໍລະກົດ 1955 – 20 ກໍລະກົດ 2021) ເຕັມໄປດ້ວຍບັນຍາກາດ ມີເນື້ອໃນຄວາມໝາຍອັນເລິກເຊິ່ງ ຕິດພັນກັບການຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍ່ແກ້ວ ຄັ້ງທີ VII ເຂົ້າສູ່ວຽກງານຕົວຈິງ ແລະ ສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ VIII ໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນໃນທົ່ວແຂວງ.

ໃນວັນທີ 12 ກໍລະກົດ 2021 ຢູ່ຫ້ອງປະຊຸມໃຫຍ່ແມ່ຍິງແຂວງ ສະຫະພັນແມ່ຍິງແຂວງບໍ່ແກ້ວ ຈັດກອງປະຊຸມປຶກສາຫາລືກຽ່ວກັບການກະກຽມຈັດຕັ້ງການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ຮ່ວມກັບຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແມ່ຍິງຈາກຮາກຖານອ້ອມຂ້າງແຂວງ ໂດຍເປັນປະທານຂອງທ່ານ ນາງ ບຸນຍົກ ແສງສະຫວ່າງ ປະທານສະຫະພັນແມ່ຍິງແຂວງ.
ຜ່ານການປຶກສາຫາລືໃນກອງປະຊຸມຜູ້ແທນ ເຫັນດີເປັນເອກະພາບ
- ຈັດຕັ້ງການປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (ມອບໃຫ້ເປັນຄວາມຮັບຜິດຊອບຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊີ້ນໍາໜ່ວຍສະຫະພັນແມ່ຍິງແຕ່ລະຂົງເຂດວຽກງານອ້ອມຂ້າງແຂວງ ແລະ 5 ເມືອງ ເປັນຜູ້ນໍາພາຈັດຕັ້ງການປາຖກະຖາຢູ່ແຕ່ລະກົມກອງ ບັນດາເມືອງຕາມຄວາມເໝາະສົມ)
- ຈັດຕັ້ງສ້າງຂະບວນການອອກແຮງານລວມ ອະນາໄມຕາມເສັ້ນທາງຊອຍໃນຕົວເມືອງຫ້ວຍຊາຍ ເປັນຕົ້ນ ອະໄມຕາມຮ່ອງລະບາຍນໍ້າ ຕັດຫຍ້າ-ຖາງຫຍ້າ ແລະ ອື່ນໆ ໃນວັນທີ 16 ກໍລະກົດ 2021
- ຈັດຕັ້ງການປຸກລະດົມທຸກພາກສ່ວນໃນສັງຄົມ ໂດຍສະເພາະ ສະມາຊິກສະຫະພັນແມ່ຍິງຢູ່ແຕ່ລະຮາກຖານ ໜ່ວຍ ພະແນກການ-ອົງການລັດທຽບເທົ່າຂັ້ນແຂວງ ຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໃນວັນທີ 19 ກໍລະກົດ 2021 ທີ່ຈະມາເຖິງນີ້.


# ພາບ – ຂ່າວ: ບຸນມີ ສີວິໄລ