ເຜີຍແຜ່ວິດີໂອສຳລັບການພັດທະນາຄູຊຸດໃໝ່ ສຳລັບຄູສິດສອນຂັ້ນ ປ2

    ຫົວຂໍ້ສຳລັບວິດີໂອຊຸດໃໝ່ນີ້ ແມ່ນເຕັກນິກທີ 13ຂ ໃນວິຊາພາສາລາວຂັ້ນ ປ2 ເຕັກນິກການສອນທີ່ສຳຄັນນີ້ ແມ່ນເພື່ອຊ່ວຍນັກຮຽນຈຳແນກຄວາມເເຕກຕ່າງຂອງປະໂຫຍກຕ່າງໆໃນແຕ່ລະປະເພດບົດເລື່ອງທີ່ຮຽນ ເພື່ອເຝິກການຈຳແນກລຳດັບຂອງບົດເລື່ອງທີ່ເໝາະສົມ ແລະ ເພື່ອຊ່ວຍໃຫ້ນັກຮຽນນຳໃຊ້ປະໂຫຍກຕ່າງໆເຂົ້າໃນກິດຈະກຳການເວົ້າ ແລະ ການຂຽນຢ່າງເໝາະສົມ.

    ໃນວີດີໂອນີ້ ທ່ານຈະໄດ້ຮຽນ 4 ຂັ້ນຕອນຂອງເຕັກນິກນີ້ໂດຍຜ່ານການສາທິດການສະແດງຈິງພາຍໃນຫ້ອງຮຽນ ສາມາດເຂົ້າເບີ່ງວິດີໂອສຳລັບການພັດທະນາຄູ ໂດຍຜ່ານຊ່ອງຢູທູບ: ວິດີໂອສໍາລັບການພັດທະນາຄູ Teacher Development Videos ທຸກວິດີໂອໃໝ່ເຫຼົ່ານີ້ ແມ່ນໄດ້ເພີ່ມພາສາມືເຂົ້າໃນວິດີໂອ ເພື່ອເຮັດໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຫຼາຍຂຶ້ນ ແລະ ເພື່ອຊ່ວຍປັບປຸງທັກສະຂອງຄູເຂົ້າໃນການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ວິທີການຮຽນ-ການສອນ ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ.

    ວິດີໂອນີ້ ຜະລິດໂດຍທີມງານສູນພັດທະນາການສຶກສາທາງເອເລັກໂຕຣນິກ ສູນໂຄສະນາຂ່າວສານການສຶກສາທິການ ແລະ ກີລາ ແລະ ສູນພັດທະນາຫຼັກສູດຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.

  # ພາບ – ຂ່າວ: ບຸນມີ ສີວິໄລ

error: Content is protected !!