ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດປັບລາຄານ້ຳມັນເຊື້ອໄຟລົງ 400 ກີບທຸກຊະນິດ ເລີ່ມປະຕິບັດໃນວັນທີ 24 ເມສາ 2020 ເຮັດໃຫ້ນ້ຳມັນແອັດຊັງຢູ່ນະຄອນຫຼວງວຽງຈັນ ລົງມາຢູ່ທີ 7.680 ກີບຕໍ່ລິດ ແລະ ກາຊວນລົງມາຢູ່ທີ່ 7.040 ກີບຕໍ່ລິດ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0423/ອຄ.ກຄພນ ນະຄອນຫຼວງວຽງຈັນ ລົງວັນທີ 23 ເມສາ 2020 ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ດ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ເລື່ອງ: ແຈ້ງປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃໝ່ຄັ້ງນີ້ ແມ່ນເລີ່ມປະຕິບັດໃນວັນທີ 24 ເມສາ 2020 ເລລາ 06:00 ໂມງເຊົ້າເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ ການປັບລາຄາຄັ້ງນີ້ ແມ່ນໄດ້ເພີ່ມຄັງແຮ 500 ກີບທຸກຊະນິດ ແລະ ປັບລົງລາຄານ້ຳມັນເຊື້ອໄຟ 400 ກີບທຸກຊະນິດ. ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານ້ຳມັນເຊື້ອໄຟສະບັບເລກທີ 0301 ລົງວັນທີ 23 ເມສາ 2020 ຈົນກວ່າຈະມີການປຽນແປງ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0349/ອຄ.ກຄພນ ລົງວັນທີ 01 ເມສາ 2020.