ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ (SDC) ມອບເຄື່ອງຊ່ວຍເຫຼືອໂດຍຜ່ານອົງການອາຫານໂລກ (WFP) ໃຫ້ແກ່ກະຊວງສາທາລະນະສຸກ ໃນການຊ່ວຍເຫຼືອທາງດ້ານສະບຽງອາຫານໃຫ້ແກ່ແຮງງານລາວທີ່ກັບຈາກປະເທດເພື່ອນບ້ານທີ່ສູນຈຳກັດບໍລິເວນ.

ເຄື່ອງທີ່ມອບຄັ້ງນີ້ ເປັນເຄື່ອງຊ່ວຍເຫຼືອທາງດ້ານສະບຽງອາຫານ ມູນຄ່າ 790.000 ໂດລາສະຫະລັດ ເພື່ອສະໜອງອາຫານທີ່ມີໂພຊະນາການ 3 ຄາບໃນແຕ່ລະມື້ໃຫ້ແກ່ຜູ້ຈຳກັດບໍລິເວນຢູ່ສູນໃນ 6 ແຂວງຄື ນະຄອນ ຫຼວງວຽງຈັນ ວຽງຈັນ ຈຳປາສັກ ສະຫວັນນະເຂດ ໄຊຍະບູລີ ແລະ ແຂວງບໍ່ແກ້ວ ປະມານ 8.000 ຄົນທີ່ເດີນທາງມາຈາກປະເທດເພື່ອນບ້ານ ເພື່ອກັບຄືນສູ່ຄອບຄົວຂອງຕົນ ເຊິ່ງຈະສາມາດສະໜອງອາຫານຫຼາຍກວ່າ 335.000 ຄາບ ໃນໄລຍະເວລາປະມານ 2 ເດືອນເຄິ່ງ ທັງນີ້ກໍເພື່ອຮັກສາສຸຂະພາບ ແລະ ການເປັນຢູ່ທີ່ດີ ຫຼຸດຜ່ອນພາລະທາງດ້ານການເງິນຂອງພວກເຂົາ ແລະ ຄອບຄົວ.

ພິທີເຊັນສັນຍາ ແລະ ມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ຈັດຂຶ້ນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ ຮ່ວມລົງນາມໂດຍທ່ານ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ SDC ແລະ ທ່ານນາງ ແຈັກເກີລີນ ເດີກຣຸດ ຮອງຜູ້ອຳນວຍການອົງການອາຫານໂລກປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ