ວັນທີ 10 ກໍລະກົດ 2021 ທີ່ໂຮງແຮມປາກຊ່ອງແດນງາມ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມວິຊາການແຜນພັດທະນາການທ່ອງທ່ຽວອະນຸຮັກໃນເຂດອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນແບບໝັ້ນຄົງ ແລະ ຍືນຍົງ ເປັນປະທານຂອງທ່ານ ສົມມາດ ພົນເສນາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ຮອງປະທານສະພາແຫ່ງຊາດ ມີທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ທ່ານ ອິມ ມູຮອງ ເອກອັກຄະລັດຖະທູດແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຜ່ານບົດສະເໜີໂຄງການສ້າງຕັ້ງສວນອຸທິຍານແຫ່ງຊາດພາກໃຕ້ (ສວນອຸທິຍານດົງຫົວສາວ ແລະ ເຊປຽນ) ບົດສະເໜີແຜນພັດທະນາຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວແບບຍືນຍົງໃນເຂດອຸທິຍານດົງຫົວສາວ ແລະ ເຊປຽນ ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນ ເຊິ່ງໄດ້ຍົກເອົາບົດຮຽນການພັດທະນາການທ່ອງທ່ຽວທຳມະຊາດຈາກຕ່າງປະເທດ ໂດຍສະເພາະຈາກສາທາລະນະລັດເກົາຫຼີ ແລະ ບາງບົດຮຽນທີ່ລິເລີ່ມປະຕິບັດມາແລ້ວພາຍໃນປະເທດມາປະຍຸກໃຊ້ ເພື່ອໃຫ້ການສະໜັບສະໜູນການທ່ອງທ່ຽວທຳມະຊາດໃນ 2 ອຸທິຍານໃຫ້ມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.

ທ່ານ ສົມມາດ ພົນເສນາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຄວາມສໍາຄັນຫຼາຍ ເປັນການລະດົມແນວຄວາມຄິດນັກວິຊາການເຂົ້າໃນການວາງແຜນການປົກປັກຮັກສາ ແລະ ພັດທະນາດິນ ນໍ້າ ປ່າໄມ້ ຊີວະນາໆພັນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືຄຸນຄ່າຂອງອຸທິຍານທັງສອງແຫ່ງນີ້ໃຫ້ເກີດປະໂຫຍດຕໍ່ການພັດທະນາເສດຖະກິດ-ສັງຄົມ ການສ້າງລາຍຮັບ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບການອະນຸຮັກ.

ການທ່ອງທ່ຽວຕິດພັນກັບການອະນຸຮັກທໍາມະຊາດແບບໝັ້ນຄົງ ແລະ ຍືນຍົງນີ້ ແມ່ນມີບົດບາດສໍາຄັນທີ່ສຸດທີ່ບັນດາປະເທດໃນໂລກ ແລະ ພາກພື້ນເອົາໃຈໃສ່ດ້ວຍການຮ່ວມມືຫຼາຍຮູບແບບ ສະນັ້ນ ກອງປະຊຸມຄັ້ງນີ້ຍັງຈໍາເປັນໃຫ້ແກ່ການກະກຽມເງື່ອນໄຂຮອບດ້ານໃຫ້ແກ່ການສ້າງນິຕິກຳໃນການຄຸ້ມຄອງ ບໍລິຫານ ຈັດການ ການດຶງດູດແຫຼ່ງທຶນໃນການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ ເຊິ່ງເປົ້າໝາຍຫຼັກນີ້ ແມ່ນເລັ່ງໃສ່ການຮ່ວມມື ແລະ ຂໍການສະໜັບສະໜູນ ຊ່ວຍເຫຼືອຈາກ ສ ເກົາຫຼີ ເພື່ອປະຕິບັດແຜນພັດທະນາການທ່ອງທ່ຽວອະນຸຮັກໃນເຂດອຸທິຍານແຫ່ງຊາດທັງສອງແຫ່ງນີ້ອີກດ້ວຍ.
# ຂ່າວ & ພາບ: ເພັດສະໝອນ