ສັງທອງ ປ່ອຍປາຄືນສູ່ທໍາມະຊາດໃຫ້ໄດ້ 2 ລ້ານໂຕ

    ວັນທີ 9 ກໍລະກົດ 2021 ເມືອງສັງທອງໄດ້ຈັດພິທີປ່ອຍປາຄືນສູ່ທໍາມະຊາດຂຶ້ນທີ່ນໍ້າຕອນ ບ້ານເຕົາໄຫ ເມືອງສັງທອງ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນອະນຸຮັກສັດນໍ້າ-ສັດປ່າ ເປັນກຽດເຂົ້າຮ່ວມມີທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ທ່ານ ປອ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະປະຈໍາພັກ ຫົວໜ້າຫ້ອງການອ້ອມຂ້າງເມືອງ ອົງການຈັດຕັ້ງບ້ານ ແລະ ປະຊາຊົນພາຍໃນບ້ານເຕົາໄຫເຂົ້າຮ່ວມ.

    ທ່ານ ສີສຸພັນ ບຸນສະໝີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສັງທອງ ກ່າວວ່າ: ຕະຫຼອດໄລຍະ 10 ປີຜ່ານມານີ້ ທາງເມືອງກໍໄດ້ເອົາໃຈໃສ່ປຸກລະດົມຊຸກຍູ້ໃຫ້ບໍລິສັັດ ນັກທຸລະກິດ ຕະຫຼອດຮອດປະຊາຊົນຊາວເມືອງສັງທອງ ນໍາເອົາແຊງພັນປາພື້ນເມືອງມາລ້ຽງມີຫຼາຍຊະນິດ ເພື່ອຕອບສະໜອງສະບຽງອາຫານໃຫ້ແກ່ສັງຄົມ ແລະ ຂາຍເປັນສິນຄ້າໄດ້ຫຼາຍພໍສົມຄວນ.

    ສະເພາະ ໃນປີ 2021 ນີ້ ຄາດໝາຍປ່ອຍປາຄືນສູ່ແມ່ນໍ້າທໍາມະຊາດ ໜອງຄອບຄົວ ເມືອງສັງທອງມີເນື້ອທີ່ຮັບຮອງ 436 ເຮັກຕາ ໃຫ້ໄດ້ 2.000.000 ໂຕ ສະເພາະປາທີ່ນໍາມາປ່ອຍໃນມື້ນີ້ ມີຈໍານວນ 100.000 ໂຕ ມີ 5 ຊະນິດຄື: ປາປາກ ປາໄນ ປານິນ ປາອິນເດຍ ແລະ ປາເເກັດແລບ ປາດັ່ງກ່າວໄດ້ຮັບການສະໜັບສະໜູນທືນຊ່ວຍເຫຼືອຊື້ລູກປາຈາກບໍລິສັດໂຢງຊີນ (ກິດຈະກໍາປູກກ້ວຍຢູ່ບ້ານກົ້ວ) ໃນມູນຄ່າ 25 ລ້ານກີບ.

    ໃນວັນດຽວກັນນີ້ ທາງອົງການຈັດຕັ້ງບ້ານເພຍລາດ ກໍໄດ້ຈັດກິດຈະກໍາປ່ອຍປາຄືນສູ່ທໍາມະຊາດທີ່ອ່າງເກັບນໍ້າຫ້ວຍແຕນ ບ້ານເພຍລາດ ເຊິ່ງປາທີ່ນໍາມາປ່ອຍໃນຄັ້ງນີ້ມີ 10.000 ໂຕ ມີ 2 ຊະນິດຄື: ປາປາກ ແລະ ປານິນ.

​                            # ຂ່າວ & ພາບ:  ວຽງມາ

error: Content is protected !!