ປີ 2021 ທົ່ວປະເທດປ່ອຍປາເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າຕ່າງໆ ໃຫ້ໄດ້ 58 ລ້ານໂຕ

    ຕາມບົດຖະແຫຼງການເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2021 ຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໃນວັນທີ 9 ກໍລະກົດ 2021 ໃຫ້ຮູ້ວ່າ: ເພື່ອຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ VI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ 5 ປີ ຄັ້ງທີ IX ແຕ່ປີ 2021-2025 ໃຫ້ເປັນຮູບປະທຳ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະຫຍາຍອອກເປັນຄໍາສັ່ງ ແຈ້ງການ ໃຫ້ບັນດາກົມກ່ຽວຂ້ອງໃນຂັ້ນສູນກາງ ອົງການປົກຄອງຂັ້ນທ້ອງຖິ່ນ ຕະຫຼອດຮອດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຕໍ່ວຽກງານການພັດທະນາ ການອະນຸຮັກ ການຄຸ້ມຄອງ ແລະ ນຳໃຊ້ສັດນ້ຳ-ສັດປ່າໃຫ້ມີຄວາມຍືນຍົງ ເພື່ອປະກອບສ່ວນເຂົ້າໃນການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ ພ້ອມທັງສ້າງລາຍຮັບໃຫ້ປະຊາຊົນລາວໃຫ້ນັບມື້ຫຼາຍຂຶ້ນ ມາຮອດປັດຈຸບັນ ທົ່ວປະເທດມີສູນ ສະຖານີຜະລິດລູກປາຂອງລັດ 32 ແຫ່ງ ແລະ ຟາມຜະລິດລູກປາຂອງເອກະຊົນຫຼາຍກ່ວາ 50 ແຫ່ງ  ສາມາດສະໜອງແນວພັນປາໃຫ້ສັງຄົມໄດ້ໂດຍພື້ນຖານ ບັນດາສູນດັ່ງກ່າວ ໄດ້ຄົ້ນຄ້ວາທົດລອງລ້ຽງ ແລະ ຂະຫຍາຍພັນປາພື້ນເມືອງໄດ້ ຫຼາຍຊະນິດ ທົ່ວປະເທດມີວັງສະຫງວນປາ 885 ວັງ ກວມເອົາຈໍານວນ 308 ບ້ານ ຂອງ 44 ເມືອງ.

    ໃນປີຜ່ານມາ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນຂອງແຂວງໃນຂອບເຂດທົ່ວປະເທດ ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ໄດ້ມີການເຂົ້າຮ່ວມຂອງປະຊາຊົນ ພໍ່ຄ້າຊາວຂາຍ ຜູ້ປະກອບການ ລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ ແລະ ແນວພັນສັດນໍ້າຢ່າງເປັນຂະບວນຟົດຟື້ນ ສາມາດປ່ອຍປາໄດ້ທັງໝົດ 55 ລ້ານໂຕ ປ່ອຍສັດປ່າປະເພດນົກ ສັດເລືອຄານ ແລະ ສັດປະເພດອື່ນໆຈໍານວນໜຶ່ງ ສະເພາະແຜນການປ່ອຍປາໃນປີ 2021 ທາງຂະແໜງການພວກເຮົາໄດ້ສົມທົບກັບຄະນະພັກ ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າຕ່າງໆໃຫ້ໄດ້ທັງໝົດ 58 ລ້ານໂຕ.

    ແຕ່ເນື່ອງຈາກວ່າໃນປີນີ້ ປະເທດເຮົາຍັງຢູ່ໃນໄລຍະປະຕິບັດມາດຕະການການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຕາມຄໍາສັ່ງເລກທີ 15/ນຍ ການຈັດກິດຈະກໍາໃນວັນປ່ອຍປາປີນີ້ ຈຶ່ງໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງ ທັງພາກລັດ ເອກະຊົນ ແລະ ພໍ່ແມ່ປະຊາຊົນ ຈົ່ງພ້ອມກັນຈັດພິທີແບບກະທັດຮັດ ແຕ່ໃຫ້ຮັບປະກັນທາງດ້ານເນື້ອໃນ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ໂດຍມອບໃຫ້ແຕ່ລະພາກສ່ວນເອົາໃຈໃສ່ປະຕິບັດມາດຕະການສະກັດກັ້ນ ຕ້ານ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ.

     ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັກສັດນໍ້າສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2021 ແລະ ກົງກັບວັນຄ້າຍວັນເກີດຂອງປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວເຮົາ ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເຂົ້າໃສ່ການພັດທະນາ ຄຸ້ມຄອງ ອະນຸຮັກ-ຮັກສາ ສັດນໍ້າ ແລະ ສັດປ່າ ໃຫ້ຫຼາຍຂຶ້ນ ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈຳນວນປະຊາກອນຂອງສັດນ້ຳ ແລະ ສັດປ່າທີ່ເປັນມໍລະດົກທາງທຳມະຊາດຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫຼານຂອງພວກເຮົາຕະຫຼອດໄປ.

    ນອກຈາກປ່ອຍສັດນ້ຳ-ສັດປ່າແບບອານຸຮັກແລ້ວ ກໍໃຫ້ຜູ້ປະກອບການ ແລະ ພີ່ນ້ອງປະຊາຊົນລ້ຽງປາ ສັດນ້ຳ ແລະ ສັດປ່າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນເສດຖະກິດໃຫ້ຫຼາຍຂຶ້ນ ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດ ສໍາລັບພິທີປ່ອບປາແມ່ນຈະຈັດຂຶ້ນທີ່ຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ.

​                               # ຂ່າວ & ພາບ:  ວຽງມາ

error: Content is protected !!