ວັນທີ 9 ກໍລະກົດ 2021 ທີ່ພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ທາງບໍລິສັດວິສະວະກໍາກໍ່ສ້າງແຂວງຈຽງຊູ ຈຳກັດ ສປ ຈີນ ນຳໂດຍທ່ານ ລູຫຍາງ ຜູ້ຈັດການໃຫຍ່ໂຄງການຊ່ວຍເຫຼືອໂຮງຮຽນມັດທະຍົມນາຊາຍທອງ ບໍລິສັດວິສະວະກໍາກໍ່ສ້າງແຂວງຈຽງຊູ ໄດ້ນຳເອົາອຸປະກອນປ້ອງກັນໂຄວິດ-19 ມູນຄ່າ 30 ລ້ານກີບ ມາມອບໃຫ້ແກ່ ພະແນກສຶກສາ ນວ ເພື່ອນຳໃຊ້ເຂົ້າໃນການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ທີ່ຈະມີຂຶ້ນໃນມໍ່ໆນີ້ ກ່າວມອບໂດຍທ່ານ ລູຫຍາງ ກ່າວຮັບໂດຍທ່ານ ສົມພອນ ສອນດາລາ ຫົວນ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້ ທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ຕໍ່ບໍລິສັດວິສະວະກໍາກໍ່ສ້າງແຂວງຈຽງຊູ ຈໍາກັດ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຕໍ່ວຽກງານການສຶກສາໃນນະຄອນ ຫຼວງວຽງຈັນ ທັງເປັນການປະກອບສ່ວນເພື່ອປ້ອງກັນການລະບາດພະຍາດໂຄວິດ-19 ພິເສດ ກໍເປັນການປ້ອງກັນເພື່ອໃຫ້ນັກຮຽນ-ຄູອາຈານໃນ ນວ ທີ່ຈະກຽມເຂົ້າສູ່ການສອບເສັງຈົບຊັ້ນ ປ5 ມ4 ແລະ ມ7 ໃນທ້າຍເດືອນກໍລະກົດນີ້ໃຫ້ມີຄວາມປອດໄພຮອບດ້ານ.
ຜູ້ຈັດການໃຫຍ່ໂຄງການຊ່ວຍເຫຼືອໂຮງຮຽນມັດທະຍົມນາຊາຍທອງ ບໍລິສັດວິສະວະກໍາກໍ່ສ້າງແຂວງຈຽງຊູ ໄດ້ກ່າວວ່າ: ການປະກອບສ່ວນເຂົ້າໃນການສອບເສັງຄັ້ງນີ້ ຄົງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສອບເສັງ ແລະ ຂໍເປັນກໍາລັງໃຈໃຫ້ນັກຮຽນເສັງຈົບຊັ້ນ ເສັງໄດ້ຄະແນນດີ ສາມາດຜ່ານຜ່າໂຄວິດ-19 ໄປດ້ວຍກັນ ແລະ ມີຜົນສຳເລັດໃນບັ້ນສອບເສັງ ໃນຄັ້ງນີ້.

# ຂ່າວ & ພາບ: ບຸນມີ ສີວິໄລ