ວັນທີ 9 ກໍລະກົດ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີປະກາດພະນັກງານການນໍາຂັ້ນສູງຂອງກະຊວງ ອອກພັກການ-ຮັບອຸດໜູນບໍານານ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີທ່ານຮອງລັດຖະມົນຕີ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ພະນັກງານຫຼັກແຫ່ງຂັ້ນຫົວໜ້າພະແນກພາຍໃນກະຊວງ ທີ່ຂຶ້ນກັບກະຊວງ ພ້ອມດ້ວຍພະນັກງານຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ແລະ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດເຂົ້າຮ່ວມ.
ໃນພິທີ ທ່ານ ສີອຳພອນ ຈັນລາຕີ ຮອງຫົວໜ້າຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານດໍາລັດວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງຂອງກະຊວງອອກພັກການ-ຮັບອຸດໜູນບໍານານຈໍານວນ 3 ສະຫາຍຄື: ສະຫາຍ ຄໍາເຜີຍ ແກ້ວກິນນາລີ ຮອງປະທານຄະນະກໍາມະການຮ່ວມມືລາວ-ຫວຽດນາມ ສະຫາຍ ແຄນທອງ ສີສຸວົງ ຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ ແລະ ສະຫາຍ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ (ຕາມດໍາລັດວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ສະບັບເລກທີ 382/ນຍ ລົງວັນທີ 7 ມິຖຸນາ 2021 ແລະ ສະບັບເລກທີ 383/ນຍ ລົງວັນທີ 7 ມິຖຸນາ 2021 ຕາມລໍາດັບ).

# ຂ່າວ & ພາບ: ຊິລິການດາ