ກອງປະຊຸມຄະນະຊີ້ນຳໂຄງການ ຄັ້ງທີ 1 ໂຄງການສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ສົ່ງເສີມການພັດທະນາຕົວເມືອງ ຈັດຂຶ້ນວັນທີ 12 ກໍລະກົດ 2021 ຢູ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານ Toshio NAGASE ຫົວໜ້າຫ້ອງການໄຈກາ ປະຈຳ ສປປ ລາວ ບັນດາຫົວໜ້າກົມ ຮອງຫົວໜ້າກົມ ຫົວໜ້າຫ້ອງການ ຄະນະພະແນກ ຈາກກະຊວງ ຍທຂ ບັນດາກະຊວງກ່ຽວຂ້ອງ ແລະ ຫ້ອງການ ຍທຂ ເມືອງໃນນະຄອນຫຼວງວຽງຈັນເຂົ້າຮ່ວມ.

ທ່ານ ນາງ ວິໄລຄໍາ ໂພສາລາດ ໄດ້ກ່າວວ່າ: ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການໃນການພັດທະນາຂອງລັດຖະບານແຫ່ງ ສປປ ລາວ ເຊິ່ງອົງການໄຈກາໄດ້ອະນຸມັດໂຄງການຊ່ວຍເຫຼືອລ້າທາງດ້ານວິຊາການ ໃນການກະກຽມໂຄງການເພື່ອຍົກລະດັບຂີດຄວາມສາມາດໃນການສົ່ງເສີມ ແລະ ຄຸ້ມຄອງ ການພັດທະນາຕົວເມືອງ ເພື່ອສ້າງພື້ນຖານໃຫ້ແກ່ການຄຸ້ມຄອງບໍລິຫານຈັດການ ການວາງແຜນໃສ່ພື້ນຖານໂຄງລ່າງຕົວເມືອງ ແລະ ມາດຕະການຕ່າງໆເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຂອງພວກເຮົາ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານຫຍໍ້ກ່ຽວກັບໂຄງການ: ໝາກຜົນການດໍາເນີນໂຄງການໃນໄລຍະກະກຽມ ແລະ ຜົນການສໍາຫຼວດວາງແຜນລະອຽດໂຄງການ ແລະ ປຶກສາຫາລືເພື່ອຄວາມເປັນເອກະພາບຕໍ່ກັບບັນດາກິດຈະກໍາຂອງໂຄງການໃນໄລຍະຈັດຕັ້ງປະຕິບັດຕົວຈິງ.
# ຂ່າວ & ພາບ: ຊິລິການດາ