ຍັງເປັນຂ່າວຮ້າຍລຽນຕິດ ໂຄວິດໃນລາວມື້ນີ້ມີເພີ່ມໃໝ່ອີກ 106 ກໍລະນີ

    ຕາມການຖະແຫຼງຂ່າວຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 12 ກໍລະກົດ 2021 ໃຫ້ຮູ້ວ່າ ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ  11  ກໍລະກົດ 2021  ໄດ້ກວດວິເຄາະທັງໝົດ 1.499 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 106 ຄົນ ເຊິ່ງມາຈາກນະຄອນຫຼວງວຽງຈັນ 12 ກໍລະນີ ວຽງຈັນ 2 ກໍລະນີ ສະຫວັນນະເຂດ 42 ກໍລະນີ ຈຳປາສັກ 43 ກໍລະນີ ແລະ ຄຳມ່ວນອີກ 7 ກໍລະນີ  ໃນນັ້ນ ກໍລະນີນຳເຂົ້າມີ 104 ກໍລະນີ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານຕາມຈຸດຜ່ານແດນຕ່າງໆ ສ່ວນ 2 ກໍລະນີຈາກແຂວງວຽງຈັນ ແມ່ນຕິດເຊື້ອໃນຊຸມຊົນທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.825 ຄົນ ເສຍຊີວິດສະສົມ 3 ຄົນ ແລະ ກໍາລັງປິ່ນປົວທັງໝົດ 606 ຄົນ.

​                               # ຂ່າວ & ພາບ:  ອົ່ນ ໄຟສົມທອງ

error: Content is protected !!