ທ່ານ ໝໍ ວິລະສັກ ນາງ ຕ້ອມ ນາງແກ້ວ ດາວວອນ ນາງ ແກ້ວ ໄຕວິຫານ ບ້ານທ່າພະລານໄຊ ຄອບຄົວ ທ່ານ ສຸຂັນສັກ ນາງ ໂຄຕາມີສີສຸກ ຈັນທະມາລີ ພ້ອມດ້ວຍລູກຫຼານ ນາງ ຄໍາຫຼ້າ ຮ້ານຟິດເນັດ ໄດ້ສະໜັບສະໜູນສິ່ງຂອງ ເຂົ້າສານ ແລະ ອາຫານແຫ້ງຈໍານວນໜຶ່ງໃຫ້ກັບພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງ ສີສັດຕະນາກ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ນໍາໄປມອບຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ມີຄວາມຫຍຸ້ງຍາກໃນການດໍາລົງຊີວິດປະຈໍາວັນ.

ສິ່ງຂອງດັ່ງກ່າວ ພະອາຈານ ບຸນຍາດ ຄໍາພູ ໄດ້ນໍາໄປແຈກຢາຍໃຫ້ກັບປະຊາຊົນ ຢູ່ບ້ານສາລາຄຳ ເມືອງຫາດຊາຍຟອງ ແລະ ບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ໃນວັນທີ 11 ກໍລະກົດ 2021 ເຊິ່ງມີຈໍານວນ 115 ຄອບຄົວ.

# ຂ່າວ & ພາບ: ຂັນທະວີ