ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 11 ກໍລະກົດ 2021 ຢູ່ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະ ຢູ່ ສປປ ລາວ.

ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 187.237.976 ຄົນ (ໃໜ່ 462.275 ຄົນ) ເສຍຊີວິດສະສົມ 4.042.194 ຄົນ (ໃໝ່ 7.556 ຄົນ) ແລະ ປີ່ນປົວຫາຍດີ 171.221.461 ຄົນ (ໃໝ່ 353.077).

ວັນທີ 10 ກໍລະກົດ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.248 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 89 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 17 ຄົນ ແຂວງວຽງຈັນ 2 ຄົນ ຫຼວງນ້ຳທາ 1 ຄົນ ຄຳມ່ວນ 3 ຄົນ ສະຫວັນນະເຂດ 27 ຄົນ ແລະ ແຂວງຈຳປາສັກອີກ 39 ຄົນ ສຳລັບກໍລະນີນຳເຂົ້າ ມີຈຳນວນ 86 ຄົນ ໃນນັ້ນ ແຂວງສະຫວັນນະເຂດ 27 ຄົນ ຈຳປາສັກ 39 ຄົນ ຄຳມ່ວນ 3 ຄົນ ແລະ ນະຄອນຫຼວງວຽງຈັນ 17 ຄົນ ເຊິ່ງແມ່ນແຮງງານລາວທີ່ກັບມາຈາກປະເທດໄທໂດຍຖືກຕ້ອງຕາມກົດໝາຍ ສ່ວນການຕິດເຊື້ອໃນຊຸມຊົນ ມີຈຳນວນ 3 ຄົນ ໃນນັ້ນ ແຂວງວຽງຈັນ 2 ຄົນ ແຂວງຫຼວງນ້ຳທາ 1 ຄົນ ກໍລະນີຕິດເຊື້ອໃນຊຸມຊົນທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ.

ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຈໍານວນຜູ້ຕິດເຊື້ອສະສົມທັງໝົດ 2.719 ຄົນ ເສຍຊີວິດສະສົມ 3 ຄົນ ແລະ ກໍາລັງປິ່ນປົວ 511 ກໍລະນີ ສຳລັບຈຳນວນບ້ານແດງຢູ່ໃນນະຄອນຫຼວງວຽງຈັນ ມີທັງໝົດ 2 ບ້ານ (ບໍ່ມີບ້ານແດງໃໝ່) ໃນ 2 ເມືອງຄື: ບ້ານໂນນສະອາດ ເມືອງໄຊທານີ ແລະ ບ້ານສີເກີດ ເມືອງນາຊາຍທອງ. ສຳລັບບ້ານທີ່ສິ້ນສຸດການເປັນບ້ານແດງມາເປັນບ້ານເຫຼືອງ ມີ 3 ບ້ານຄື: ບ້ານດອນແດງ ເມືອງຈັນທະບູລີ ບ້ານນາສ້າງໄພ ເມືອງໄຊເຊດຖາ ແລະ ບ້ານພະຂາວ ເມືອງໄຊທານີ.
.
. # ຂ່າວ & ພາບ : ຊິລິການດາ