ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ການຖະແຫຼງຂ່າວປະຈໍາວັນ ກ່ຽວກັບການລະບາດພະຍາດໂຄວິດ-19 ວັນທີ 19 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກວ່າ :ທຸກວັກຊິນປ້ອງກັນພະຍາດໂຄວິດ-19 ທີ່ໄດ້ນຳໃຊ້ໃນປະເທດເຮົາ ແມ່ນໄດ້ຖືກຮອງຮັບຈາກອົງການອະນາໄມໂລກໃຫ້ນຳໃຊ້ໃນພາວະສຸກເສີນ ແມ່ນມີປະສິດຕິພາບສູງ ໃນການປ້ອງກັນບໍ່ໃຫ້ຕິດເຊື້ອໄດ້ງ່າຍ ແລະ ຖ້າຕິດເຊື້ອ ກໍບໍ່ໃຫ້ເກີດມີອາການໜັກ.

ມາຮອດປັດຈຸບັນ ອົງການອະນາໄມໂລກໄດ້ແນະນຳໃຫ້ສັກວັກຊິນຊະນິດໃດຊະນິດໜຶ່ງ ແລະ ຍັງບໍ່ມີການແນະນຳໃຫ້ສັກວັກຊິນຂ້າມຊະນິດ ແຕ່ເຖິງຢ່າງໃດກໍຕາມ ແຕ່ກໍຍັງມີການສຶກສາໃນຫຼາຍປະເທດທີ່ກຳລັງສຶກສາກ່ຽວກັບບັນຫາດັ່ງກ່າວ ແລະ ຖ້າມີຂໍ້ມູນສົມບູນຄົບຖ້ວນ ກໍຈະມີການແນະນຳດ້ານວິຊາການຢ່າງເປັນທາງການ.
ສະຫຼຸບແລ້ວ ວັກຊິນທີ່ໃຊ້ຢູ່ບ້ານເຮົາແມ່ນຍັງມີປະສິດທິພາບຕໍ່ທຸກສາຍພັນທີ່ພົບໃນໂລກ ຖ້າໄດ້ຮັບວັກຊິນປ້ອງກັນໂຄວິດ-19 ຄົບ ຕາມແພດແນະນຳ ອີກເທື່ອໜຶ່ງ ໃຫ້ທຸກຄົນຮີບຮ້ອນໄປສັກວັກຊີນ ເຂັມ 2 ຕາມກຳນົດ ຕາມຈຸດບໍລິການສັກວັກຊີນໃນຂອບເຂດທົ່ວປະເທດ ດັ່ງນັ້ນ ຈຶ່ງໃຫ້ທ່ານຕິດຕາມແຈ້ງການຂອງໜ່ວຍງານສັກຢາໃນເຂດທີ່ໃກ້ບ້ານທ່ານ ເພື່ອສະດວກໃນການລົງທະບຽນ ແລະ ການເດີນທາງໄປສັກຕາມກຳນົດເວລາ ແລະ ສິ່ງສຳຄັນ ແມ່ນໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ ບໍ່ແຫຍ້ ບໍ່ແຊງຄິວກັນ ໃຫ້ຮັກສາໄລຍະຫ່າງ ແລະ ບໍ່ໃຫ້ກັງວົນວ່າວັກຊີນຈະບໍ່ພຽງພໍສັກ ເພາະພັກ ແລະ ລັດຖະບານ ກໍຄືກະຊວງສາທາລະນະສຸກ ແມ່ນມີແຜນໃນການຈັດຫາວັກຊີນມາບໍລິການໃຫ້ແກ່ປະຊາຊົນທຸກທົ່ວໜ້າ ເພື່ອບັນລຸໃຫ້ໄດ້ 50 % ຂອງປະຊາຊົນລາວໃນປີ 2021.
# ພາບ – ຂ່າວ: ຂັນທະວີ