ຂ່າວຮ້າຍ ! ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນລາວເພີ່ມອີກ 93 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 10 ກໍລະກົດ 2021 ວ່າ: ວັນທີ 9 ກໍລະກົດ ໄດ້ກວດວິເຄາະທັງໝົດ 1.967 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 93 ຄົນ ຈາກສະຫວັນນະເຂດ 45 ຄົນ ຈຳປາສັກ 45 ຄົນ ຄຳມ່ວນ 1 ຄົນ ແລະ ແຂວງບໍ່ແກ້ວອີກ 2 ຄົນ ໃນນັ້ນ ກໍລະນີນຳເຂົ້າມີ 91 ຄົນ ຈາກ​ສະຫວັນນະເຂດ 45 ຄົນ ຈຳປາສັກ 43 ຄົນ ຄຳມ່ວນ 1 ຄົນ ແລະ ບໍ່ແກ້ວ 2 ຄົນ ເຊິ່ງກວດພົບຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານໂດຍຖືກຕ້ອງຕາມກົດໝາຍ. 

     ສ່ວນການຕິດເຊື້ອໃນຊຸມຊົນມີ 2 ຄົນ ຈາກແຂວງຈຳປາສັກ ທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອເກົ່າ. 

    ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.630 ຄົນ ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວທັງໝົດ 453 ຄົນ.

.                # ຂ່າວ & ພາບ : ຂັນທະວີ 

error: Content is protected !!