ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ອົງການອະນາໄມໂລກໄດ້ຈັດສາຍພັນເດວຕາ (B.1.617.2) ເປັນສາຍພັນທີ່ໜ້າເປັນຫ່ວງ ເພາະວ່າສາມາດຕິດຕໍ່ໄດ້ງ່າຍ ໄວກວ່າເກົ່າ ແລະ ເຮັດໃຫ້ມີອາການຮຸນແຮງ ໄດ້ມີອັດຕາການແຜ່ເຊື້ອສູງກວ່າສາຍພັນອານຟາເຖິງ 60% ປັດຈຸບັນ ສາຍພັນເດວຕາໄດ້ແຜ່ລະບາດໄປ 95 ປະເທດໃນທົ່ວໂລກ ແລະ 50 ລັດ ຢູ່ສະຫະລັດອາເມຣິກາ ແລະ ປະເທດທີ່ມີອັດຕາການສັກຢາຕ່ຳ ພ້ອມດຽວກັນນັ້ນ ອາດຈະຫຼຸດປະສິດທິພາບຂອງວັກຊີນ ແລະ ການປິ່ນປົວ.

ສາຍພັນເດວຕາ ເປັນສາເຫດທີ່ເຮັດໃຫ້ເກີດການລະບາດຄັ້ງໃຫຍ່ໃນອິນເດຍ ທີ່ມີລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຢ່າງຫຼວງຫຼາຍ ນອກຈາກນີ້ ໃນອັງກິດ ສາຍພັນເດວຕາມີການແຜ່ລະບາດສູງເຖິງ 95% ຂອງຜູ້ຕິດເຊື້ອໃໝ່ແມ່ນຕິດເຊື້ອສາຍພັນດັ່ງກ່າວ ນັກວິທະຍາສາດພົບວ່າ ອັດຕາການແຜ່ເຊື້ອແມ່ນ 40-60% ເຖິງແນວໃດກໍຕາມ ຖ້າໄດ້ຮັບວັກຊີນຄົບ 2 ເຂັມ ສາມາດມີພູມຄຸ້ມກັນຕ້ານຕໍ່ສາຍພັນດ່ັງກ່າວໄດ້ ຫຼື ຖ້າຕິດເຊື້ອ ອາການກໍຈະບໍ່ຮຸນແຮງ ສົມທຽບໃສ່ຜູ້ທີ່ບໍ່ໄດ້ສັກວັກຊີນ.

ສຳລັບ ສປປ ລາວ ໄດ້ສຸມໃສ່ກວດຕົວຢ່າງ ແລະ ກວດພົບສາຍພັນເດວຕາຄັ້ງທຳອິດຈາກແຮງງານລາວທີ່ມາຈາກຕ່າງປະເທດ ຢູ່ແຂວງຈຳປາສັກ 3 ຄົນ ສະຫວັນນະເຂດ 4 ຄົນ ຄຳມ່ວນ 1 ຄົນ ແລະ ນະຄອນຫຼວງ 1 ຄົນ ສະນັ້ນ ແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນມີຄວາມສ່ຽງສູງທີ່ຈະນຳສາຍພັນເດວຕາເຂົ້າມາແຜ່ລະບາດໃນປະເທດຂອງເຮົາ ແລະ ສາເຫດທີ່ບັນດາປະເທດເພື່ອນບ້ານມີການລະບາດຮອບໃໝ່ ກໍແມ່ນມາຈາກການປະກົດຕົວຂອງສາຍພັນເດວຕາ ສະນັ້ນ ການທີ່ໄດ້ສັກວັກຊີນໃຫ້ກຸ່ມເປົ້າໝາຍສ່ຽງ ແລະ ປະຊາຊົນທົ່ວໄປເກີນ 50% ເຊັ່ນ ໃນນະຄອນຫຼວງວຽງຈັນ ແຂວງບໍ່ແກ້ວ ກໍຄືໃນຫຼາຍແຂວງ ແມ່ນປັດໄຈຫຼັກໃນການຢັບຢັ້ງການແຜ່ເຊື້ອ ບໍ່ວ່າສາຍພັນໃດໆທີ່ນຳເຂົ້າມາ ແລະ ການທີ່ໄດ້ສັກຢາວັກຊີນຄົບ 2 ເຂັມ ຈະສ້າງພູມຄຸ້ມກັນຕໍ່ທຸກສາຍພັນ ນັບແຕ່ 90–96% ປັດຈຸບັນ ພັກ ແລະ ລັດຖະບານ ກໍຄື ກະຊວງສາທາລະນະສຸກ ແມ່ນມີແຜນໃນການຈັດຫາວັກຊີນມາບໍລິການໃຫ້ແກ່ປະຊາຊົນທຸກທົ່ວໜ້າ ເພື່ອບັນລຸໃຫ້ໄດ້ 50% ຂອງປະຊາຊົນລາວ ໃນປີ 2021.
# ພາບ – ຂ່າວ: ອົ່ນ ໄຟສົມທອງ