ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (1/7/1921-1/7/2021) ຂຶ້ນໃນວັນທີ 9 ກໍລະກົດ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໃຫ້ກຽດປາຖະກະຖາໂດຍທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າກອງບັນຊາການທະຫານນະຄອນຫຼວງວຽງຈັນ ມີຮອງເລຂາຄະນະພັກ ກໍາມະການພັກ ເລຂາພັກເມືອງ ເຈົ້າເມືອງ ຫົວໜ້າພະແນກ ອົງການທຽບເທົ່າ ທະຫານ ຕໍາຫຼວງ ຫົວໜ້າໂຄສະນາ 9 ຕົວເມືອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.



ວັນທີ 1 ກໍລະກົດ 1921 ແມ່ນວັນສ້າງຕັ້ງພັກກອມມູນິດຈີນ ມາຮອດປີນີ້ ພໍດີຄົບຮອບ 100 ປີ ຕະຫຼອດໄລຍະ 100 ປີ ຜ່ານມາ ພັກກອມມູນິດຈີນໄດ້ສ້າງວິລະກໍາປະຫວັດສາດອັນຍິ່ງໃຫຍ່ຂອງປະຊາຊາດຈີນ ອັນພົ້ນເດັ່ນ ແມ່ນໄດ້ນໍາພາຂະບວນການຕໍ່ສູ້ຕ້ານສັກດິນາ ແລະ ຈັກກະພັດຜູ້ຮຸກຮານ ສາມາດປົດປ່ອຍປະເທດຊາດ ສ້າງຕັ້ງສາທາລະນະລັດ ປະຊາຊົນຈີນຂຶ້ນໃນວັນທີ 1 ຕຸລາ 1949 ພັກກອມມູນິດຈີນໄດ້ນໍາປະຊາຊົນຈີນສ້າງສາພັດທະນາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ທັງນີ້ ເພື່ອສຶກສາອົບຮົມໃຫ້ແກ່ພະນັກງານ ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຮັບຮູ້ ເຂົ້າໃຈ ກ່ຽວກັບປະຫວັດມູນເຊື້ອແຫ່ງການສ້າງຕັ້ງພັກກອມມູນິດຈີນ ພັກໄດ້ຜ່ານຜ່າການທົດສອບດ້ວຍເລືອດເນື້ອ ແລະ ແປວໄຟ ປະຊາຊົນຈີນບໍ່ໄດ້ຍອມຈໍານົນຕໍ່ຊະຕາກໍາ ແຕ່ມັນໄດ້ປຸກລະດົມຈິດໃຈລຸກຮື້ຂຶ້ນຕໍ່ສູ້ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ເຜ່ານຜ່າການຕໍ່ສູ້ເປັນເວລາຍາວນານ ຈົນສາມາດກ້າວຂຶ້ນສູ່ເສັ້ນທາງອັນເຂັ້ມແຂງຫນັກແໜ້ນ ກໍ່ສ້າງປະເທດຊາດຈີນໃຫ້ມີຄວາມຮຸ່ງເຮືອງຂອງປະຊາຊາດຈີນໃນປັດຈຸບັນນີ້ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຂະຫຍາຍກວ້າງອອກຢ່າງຮອບດ້ານຂອງການພົວພັນສອງປະເທດ ເປັນເພື່ອນບ້ານໃກ້ເຮືອນຄຽງທີ່ເປັນມິດ ໄວ້ເນື້ອເຊື່ອໃຈກັນ ເພື່ອເສີມຂະຫຍາຍ ແລະ ຍົກລະດັບການພົວພັນຂອງສອງພັກ ເປັນຄູ່ຮ່ວມມືປະສານຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ “ເປັນບ້ານໃກ້ເຮືອນຄຽງທີ່ດີ ເພື່ອນມິດທີ່ດີ ສະຫາຍທີ່ດີ ແລະ ຮ່ວມມືທີ່ດີ” ຖືເອົາໂອກາດລະນຶກວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ເປັນການສ້າງຂະບວນການຄົ້ນຄ້ວາຮໍ່າຮຽນ ແລກປ່ຽນບົດຮຽນຢູ່ໃນຂົງເຂດວຽກງານຕ່າງໆທີ່ມີການພົວພັນຮ່ວມມືຢູ່ໃນກະຊວງ-ອົງການ ແລະ ທ້ອງຖິ່ນ ໃຫ້ເຂົ້າສູ່ລວງເລິກ ແລະ ມີຄຸນນະພາບໃໝ່.
. # ຂ່າວ & ພາບ : ວຽງມາ