ຫາດ​ຊາຍ​ຟອງ ສາທິດປັກ​ດຳ​ເຂົ້າ​ນາ​ປີດ້ວຍ​ກົນ​ຈັກ​

​     ວັນ​ທີ 7 ກໍ​ລະ​ກົດ 2021 ຫ້ອງ​ການ​ກະ​ສິ​ກຳ ​ແລະ ປ່າ​ໄມ້ເມືອງຫາດ​ຊາຍ​ຟອງ ຮ່ວມ​ກັບ​ພະ​ແນກກະ​ສິ​ກຳ-ປ່າ​ໄມ້ ນະຄອນຫຼວງ​ວຽງ​ຈັນ (ນວ) ແລະ ບໍ​ລິ​ສັດ​ກົນ​ຈັກເພື່ອ​ການ​ກະ​ເສດ ໄດ້​ສາ​ທິດ​ວິ​ທີ​ການ​ປັກ​ດຳເຂົ້າ​ນາ​ປີ​ດ້ວຍ​ເຄື່ອງ​ຈັກ ​ໃຫ້​ກັບ​ຂະ​ບວນ​ການ​ປູກ​ເຂົ້າຕາມ​ທິດ​ຫັນ​ເປັນ​ທັນ​ສະ​ໄໝ  ເພື່ອ​ຊ່ວຍ​ໃນ​ການ​ຫຼຸດ​ຜ່ອນ​ແຮງ​ງານ​ຊາວ​ນາໃຫ້​ໄດ້ 10% ຕໍ່​ປີ ​ປະ​ຢັດ​ຕົ້ນ​ທຶນ ສ້າງ​ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ຜູ້​ຜະ​ລິດ ແລະ ສາ​ມາດປະ​ຍັດ​ເວ​ລາ ເຮັດ​ໃຫ້​ການ​ປູກ​ເຂົ້າ​​ນາ​​ປີ 2021 ທ່ວງ​ທັນ​ຕາມ​ລະ​ດູ​ການ ໂດຍ​ແນໃສ່​ເປັນ​ການ​ຕອບ​ສະ​ໜອງ​ທາງ​ດ້ານ​ການ​ຜະ​ລິດ​ເປັນ​ສິນ​ຄ້າ ​ຮັບ​ປະ​ກັນ​ທາງ​ດ້ານ​ສະ​ບຽງ​ອາ​ຫານ ​ເຮັດ​ໃຫ້​ຄອບ​ຄົວ​ກຸ້ມ​ກິນ ສ້າງ​ລາຍ​ຮັບ​ໃຫ້​ຫຼາຍ​ຂື້ນ ແລະ ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ດີ​ຍີ່ງ​ຂຶ້ນ​ເລື້ອຍໆ ຈັດ​ຂື້ນ​ທີ່​ສູນ​ຜະ​ລິດ​ແນວ​ພັນ​ເຂົ້າ ບ້ານ​ໜອງ​ແຫ້ວ ​ມີທ່ານ ຫຼ້າ​ສາຍ ນວນ​ທາ​ສິງ ຫົວ​ໜ້າ​ພະ​ແນກກະ​ສິ​ກຳ ແລະ ປ່າ​ໄມ້ ນວ ທ່ານ ຖາ​ວອນ ສີ​ຫາ​ມາ​ຍາ ຮອງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ພ້ອມດ້ວຍ​ຫົວ​ໜ້າ​ສູນ​ຜະ​ລິດ​ແນວ​ພັນ​ເຂົ້າ​ໜອງແຫ້ວ ຄະ​ນະ​ວິ​ຊາ​ການ ບໍ​ລິ​ສັດ ແລະ ຊາວ​ກະ​ສິ​ກອນ​ເຂົ້າ​ຮ່ວມ

     ທ່ານ ສຸ​ລິນ ອິນ​ທາ​ທິ​ລາດ ຫົວ​ໜ້າ​ຫ້ອງ​ການກະ​ສິ​ກຳ ແລະ ປ່າ​ໄມ້ ເມືອງ​ຫາດ​ຊາຍ​ຟອງ ​ໄດ້​ກ່າວ​ວ່າ: ​ການ​ຜະ​ລິດ​ເຂົ້າ​ນາ​ແຊງສົກ​ປີ 2020-2021 ​ປະ​ຕິ​ບັດ​ໄດ້ 3.700 ​ເຮັກຕາ ສຳ​ເລັດ​ຕາມ​ແຜນ​ການ ສະ​ມັດ​ຕະ​ພາບໄດ້ 5,12 ໂຕນຕໍ່​ເຮັກຕາ ຜົນ​ຜະ​ລິດ 18.944 ໂຕນ ​ໃນນັ້ນ ເນື້ອ​ທີ່​ປັກ​ດຳ​ດ້ວຍ​ກົນ​ຈັກ 500 ​ເຮັກຕາ ​ສ່ວນການ​ປູກ​ເຂົ້າ​ນາ​ປີ 2021 ​ມີເນື້ອ​ທີ່​ແຜນ​ການ​ຜະ​ລິດທັງ​ໝົດ 6.050 ​ເຮັກຕາ ຄາດ​ຄະ​ເນ​ສະ​ມັດ​ຕະ​ພາບ​ໃຫ້​ໄດ້ 4,53 ໂຕນຕໍ່​ເຮັກຕາ ຄາດ​ຄະ​ເນ​ຜົນ​ຜະ​ລິດ 27.407 ໂຕນ ແຜນ​ການ​ຕົກ​ກ້າ 484 ​ໂຕນ ເນື້ອ​ທີ່​ຈຸດ​ສຸມ 500 ​ເຮັກຕາ ແຜນ​ການ​ປັກ​ດຳ​ດ້ວຍ​ກົນ​ຈັກ 300 ​ເຮັກຕາ ແລະ ແຜນ​ການ​ຕົກ​ກ້າ​ປັກ​ດຳ​ດ້ວຍ​ກົນ​ຈັກ 19,5 ໂຕນ ​ປັດ​ຈຸ​ບັນ ການ​ຜະ​ລິດ​ເຂົ້າ​ນາ​ປີ​ຕົກ​ກ້າ​​ສຳ​ເລັດ​ ນາ​ຫວ່ານ​ປະ​ຕິ​ບັດ​ໄດ້ 3.110 ​ເຮັກຕາ ​ນາ​ດຳ​ທົ່ວ​ໄປ 985 ​ເຮັກຕາ  ​ດຳ​ດ້ວຍ​ກົນ​ຈັກ 80 ​ເຮັກຕາ ​ແລະ ນາ​ຢອດ 60 ​ເຮັກຕາ ລວມ​ເນື້ອ​ທີ່​ທັງ​ໝົດ 4.235 ​ເຮັກຕາ.

  # ພາບ – ຂ່າວ: ສົມສະຫວັນ

error: Content is protected !!