ມອບໃບຍ້ອງຍໍບຸກຄົນ-ນິຕິບຸກຄົນທີ່ສົມທົບທຶນກໍ່ສ້າງສາລາສູນສົງເຄາະ

    ເພື່ອເປັນການສະແດງຄວາມຮູ້ບູນຄຸນ ແລະ ຍ້ອງຍໍບຸກຄົນ-ນິຕິບຸກຄົນ ໃຫ້ແກ່ຜູ້ທີ່ໄດ້ປະກອບສ່ວນສົມທົບທຶນປຸກສ້າງສາລາສູນສົງເຄາະ ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 100 ລ້ານກວ່າກີບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຈັດພິທີມອບໃບຍ້ອງຍໍສັນລະເສີນບຸກຄົນ-ນິຕິບຸກຄົນທີ່ປະກອບສ່ວນຊ່ວຍເຫຼືອສົມທົບທຶນປູກສ້າງສາລາ ສູນສົງເຄາະນະຄອນຫຼວງວຽງຈັນ ວັນທີ 9 ກໍລະກົດ 2021 ທີ່ພະແນກດັ່ງກ່າວ ໂດຍໃຫ້ກຽດມອບຂອງທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ມີຫົວໜ້າຂະແໜງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ທ່ານ ສຸດທິໄຊ ສົມພາວັດ ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ການກໍ່ສ້າງອາຄານສາລາສູນສົງເຄາະ ໄດ້ເລີ່ມສ້າງຕັ້ງໃນປີ 2019 ໂດຍການນໍາພາປູກສ້າງລະດົມທຶນເບື້ອງຕົ້ນ ແມ່ນມູນນິທິຊ່ວຍເຫຼືອຄົນທຸກຍາກ 1623 ໄດ້ສ້າງອາຄານດິນ ແລະ ເສົາຂອງອາຄານ ຕົກມາໃນໄລຍະໜຶ່ງ ພໍດີຖືກຜົນກະທົບຈາກການລະບາດພະຍາດໂຄວິດ-19 ໃນປີ 2020 ການກໍ່ສ້າງໄດ້ຢຸດໄປ ມາຮອດເດືອນມັງກອນ 2021 ທາງພະອາຈານ ທິກມິນກວາງ ພ້ອມດ້ວຍນັກທຸລະກິດຊາວພຸດຫວຽດນາມ ປະຈໍານະຄອນຫຼວງວຽງຈັນ ແລະ ຄອບຄົວໃຈບຸນ ໄດ້ສືບຕໍ່ຊ່ວຍສົມທົບທຶນກໍ່ສ້າງອາຄານສາລາຄືນໃໝ່ ທີ່ມີຂະໜາດ 8 x 16 ແມັດ ມາຮອດປັດຈຸບັນ ໄດ້ສໍາເລັດໜ້າວຽກເທພື້ນ ຂັ້ນໄດ ປູກະໂລ ຕັດຫຼັງຄາ ແລະ ມຸງດ້ວຍອາລູຊິ້ງ ພ້ອມນີ້ ກໍາລັງຂໍສະເໜີການລະດົມທຶນມາສືບຕໍ່ກໍ່ຝາ ເພດານ ຫ້ອງນໍ້າ ປະຕູ ປ່ອງຢ້ຽມ ແລະ ອື່ນໆໃຫ້ສໍາເລັດພາຍໃນ 6 ເດືອນທ້າຍປີ 2021 ສ່ວນການອອກແບບ ແລະ ມູນຄ່າການກໍ່ສ້າງທັງໝົດ 268,6 ລ້ານກີບ.

.                               # ຂ່າວ & ພາບ : ຂັນທະວີ

error: Content is protected !!