ວາງແຜນກຳນົດເອົາ 3 ບ້ານໃນເມືອງສີໂຄດຕະບອງ ເປັນບ້ານຕົວແບບຂຽວສະອາດງາມຕາ

    ກອງປະຊຸມປຶກສາຫາລື ຊຸກຍູ້ດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ ໄດ້ຈັດຂຶ້ນວັນທີ 7 ກໍລະກົດ 2021 ທີ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ວິລະເດດ ວົງສະຫງ່າ ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຫຊສ) ເມືອງສີໂຄດຕະບອງ ແລະ ທ່ານ ນາງ ໄຂ່ແກ້ວ ຈັນທະວີສຸກ ຮອງຫົວໜ້າພະແນກສົ່ງເສີມສິ່ງແວດລ້ອມ ກົມສິ່ງແວດລ້ອມ (ກສລ) ມີຕາງໜ້າຈາກພະແນກພາຍໃນ ກົມສິ່ງແວດລ້ອມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ນະຄອນຫຼວງ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສີໂຄດຕະບອງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ການຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອຊຸກຍູ້ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ຂອງ ຫຊສ ເມືອງສີໂຄດຕະບອງ ໃນກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂຽວ ສະອາດ ງາມຕາ ຂອງ ຫຊສ ເມືອງສີໂຄດຕະບອງ ແລະ ໄດ້ມີການປຶກສາຫາລືການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ຂອງເມືອງ ໃນໄລຍະຜ່ານມາ ພ້ອມທັງທິດທາງແຜນການໃນຕໍ່ໜ້າ ເຊິ່ງເມືອງໄດ້ກຳນົດ 3 ບ້ານເປົ້າໝາຍເປັນຕົວແບບ ຂຽວ ສະອາດ ງາມຕາ ຄື: ບ້ານສີຖານເໜືອ ບ້ານຂຸນຕາທົ່ງ ແລະ ບ້ານຂຸນຕາທ່າ ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານສະພາບລວມ ແລະ ທ່າແຮງຂອງ 3 ບ້ານເປົ້າໝາຍ ພ້ອມທັງຈະໄດ້ມີການລົງສໍາຫຼວດພຶ້ນທີ່ຂອງບ້ານເປົ້າໝາຍອີກດ້ວຍ.

.                               # ຂ່າວ & ພາບ : ເພັດສະໝອນ

error: Content is protected !!